ກອງປະຊຸມເສີມສ້າງຊາຍແດນ ສັນຕິພາບ ມິດຕະພາບ ລາວ-ກຳປູເຈຍ ຄັ້ງທີ 3 ຈັດຂຶ້ນຢ່າງເປັນທາງການ ຝ່າຍລາວນຳໂດຍ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ຝ່າຍກຳປູເຈຍ ນຳໂດຍ ທ່ານ ແຍມ ວາ ລີ ກຳມະການສູນກາງພັກປະຊາຊົນກຳປູເຈຍ, ຮອງປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ເຂົ້າຮ່ວມມີທ່ານ ສາຍທອງ ໄຊຍະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໆຈຳປາສັກ, ມີຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ທະຫານຊາຍແດນກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ລາວ-ກຳປູເຈຍ ເຂົ້າຮ່ວມທີ່ເມືອງໂຂງ ແຂວງຈຳປາສັກ, ໃນວັນທີ 3 ຕຸລາ 2023.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ທົບທວນການຜັນຂະຫຍາຍຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໄລຍະ 2019 – 2023 ແລະ ບົດລົງນາມການຮ່ວມມື ທີ່ໄດ້ລົງນາມ ປີ 2020 ທີ່ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ, ຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມເສີມສ້າງຊາຍແດນສັນຕິພາບ ມິດຕະພາບ ຄັ້ງທີ 2 ປີ 2019 ຜ່ານມາ; ພ້ອມກັນນີ້, ທ່ານຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້່ວ່າ: ຕະຫຼອດໄລຍະຜ່ານມາສອງປະເທດ ກໍຄືປະຊາຊົນສອງຊາດ ລາວ- ກໍາປູເຈຍ ໄດ້ປະກອບສ່ວນເອົາໃຈໃສ່ສຶກສາອົບຮົມ ປຸກລະດົມເຕົ້າໂຮມຄວາມສາມັກຄີ, ປົກປັກຮັກສາເສັ້ນຊາຍແດນເປັນຊາຍແດນສັນຕິພາບ-ມິດຕະພາບ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ປະຊາຊົນຢູ່ລຽບຕາມຊາຍແດນສາມາດໄປມາຫາສູ່, ມີຄວາມຮັກແພງທີ່ສະໜິດແໜ້ນ, ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີ, ດ້ານເສດຖະກິດ ແລະ ການຄ້າຂາຍ ໄດ້ມີການຮ່ວມມືກັນເປັນຢ່າງດີ; ທ່ານ ເຮ ບາວີ ກຳມະການສູນກາງພັກປະຊາຊົນກຳປູເຈຍ, ຮອງປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໄດ້ຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມໄລຍະ 5 ປີຜ່ານມາ 2019-2023 ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນເປັນຕົ້ນແມ່ນສາມາດຮັກສາເສັ້ນຊາຍແດນ ລາວ-ກຳປູເຈຍ ເປັນຊາຍແດນສັນຕິພາບ, ມິດຕະພາບ ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຢູ່ລຽບຕາມຊາຍແດນ ລາວ-ກຳປູເຈຍ ສາມາດຮັກສາໄດ້ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍໄປມາຫາສູ່, ແລກປ່ຽນຄ້າຂາຍ, ແລກປ່ຽນວັດທະນະທຳ ເຊິ່ງໄດ້ບັນລຸໝາກຜົນຫຼາຍດ້ານເປັນໜ້າເພິ່ງພໍໃຈ ນີ້ແມ່ນສະແດງເຖິງຜົນສຳເລັດ ຂອງສອງປະເທດ ກໍຄືສອງອົງການແນວໂຮມ, ບັນດາແຂວງ ຂອງລາວ ແລະ ແຂວງຂອງກຳປູເຈຍ ທີ່ມີຊາຍແດນຕິດຈອດກັນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ເພື່ອເປັນການຢັ້ງຢືນເຖິງຄວາມສາມັກຄີມິດຕະພາບ, ຄວາມຮັດແໜ້ນສາຍພົວພັນ ຂອງບັນແຂວງທີ່ມີຊາຍແດນຕິດຈອດກັນ ຄື: ແຂວງຈຳປາສັກ-ແຂວງຊຽງແຕງ, ແຂວງອັດຕະປື-ແຂວງລັດຕະນະຄີຣີ ແລະ ແຂວງເພຣຍວິເຮຍ.
ກອງປະຊຸມເສີມສ້າງຊາຍແດນສັນຕິພາບ ມິດຕະະພາບ ຄັ້ງທີ 3 ນີ້ ທັງສອງຝ່າຍໄດ້ພ້ອມກັນລົງນາມບົດຖະແຫຼງການຮ່ວມ ແລະ ສືບຕໍ່ການຈັດຕັ້ງປະຕິບັດ 7 ບັນຫາທີ່ສຳຄັນຄື: (1) ສືບຕໍ່ຜັນຂະຫຍາຍການໂຄສະນາ, ສຶກສາອົບຮົມຢ່າງມີປະສິດທິຜົນສາຍພົວພັນ ລະຫວ່າງ ລາວ-ກຳປູເຈຍ ແຕ່ປີ 2023-2027; (2) ເສີມຂະຫຍາຍສາຍພົວພັນຮ່ວມມືທາງດ້ານການເມືອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮ່ວມມືດ້ານເສດຖະກິດ, ດ້ານການທ່ອງທ່ຽວ ແລະ ອື່ນໆ; (3) ສອງອົງການແນວໂຮມສືບຕໍ່ຢຶດໝັ້ນປະຫວັດມູນເຊື້ອຄວາມສາມັກຄີ ທີ່ເຄີຍມີມາແຕ່ດົນນານ; (4) ເພີ່ມທະວີເປີດກວ້າງການພົວພັນ ລະຫວ່າງ ແນວໂຮມ, ບັນດາອົງການພາຄີ ຂອງສອງປະເທດ (5) ສົ່ງເສີມໃຫ້ປະຊາຊົນສອງປະເທດມີການແລກປ່ຽນຄ້າຂາຍສິນຄ້າ ທີ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ລຽບຕາມບໍລິເວນຊາຍແດນໃຫ້ຫຼາຍຂຶ້ນ; (6) ຊຸກຍູ້, ສົ່ງເສີມ, ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດພຸດທະສາສະໜາ, ວັດທະນະທຳອັນດີງາມ ຂອງທ້ອງຖິ່ນ; (7) ກົນໄກການເສີມສ້າງຊາຍແດນສັນຕິພາບ ມິດຕະພາບ ແມ່ນຊຸກຍູ້ໃຫ້ອົງການປົກຄອງຂັ້ນບ້ານ, ເມືອງ, ແນວໂຮມເມືອງ, ແຂວງ ທີ່ມີຊາຍແດນຕິດຈອດກັນ ຕ້ອງມີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ສືບຕໍ່ໃກ້ຊິດໄປມາຫາສູ່ກັນແບບຍາດພີ່ນ້ອງຕະຫຼອດໄປ.
ຂ່າວ-ພາບ: ເລົ່າລໍ່
ບກ: ກົງແກ້ວ ທຳມະໂຄດ

