ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບແນວລາວສ້າງຊາດເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມຂຶ້ນ ໃນຫວ່າງບໍ່ດົນຜ່ານມານີ້, ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ,ເປັນກຽດເຂົ້າຮ່ວມຂອງທ່ານ ທອງພັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳທິບ ສີສົມພູ ຮອງປະທານແນວລາວສ້າງຊາດເມືອງ ວັງວຽງ, ມີບັນດາແນວລາວສ້າງຊາດເມືອງຈາກ 5 ເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສະເໜີ 2 ເອກະສານທີ່ສຳຄັນໂດຍສະເພາະແມ່ນ ຄວາມຮູ້ກ່ຽວກັບການຈັດຕັ້ງສັງຄົມ ແລະ ພາລະບົດບາດຄວາມສໍາຄັນຂອງຊັ້ນຄົນໃນສັງຄົມ.
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານ ໂດຍຫຍໍ້ຈາກບັນດາເມືອງທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃນຂົງເຂດແນວລາວສ້າງຊາດໃນໄລຍະຜ່ານມາ; ນອກນັ້ນຜູ້ແທນຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ກັບວຽກງານຂອງແນວລາວສ້າງຊາດ ກໍຄືວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ.