ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ໄຂຂຶ້ນ ຢູ່ ຫ້ອງປະຊຸມຂອງແນວລາວສ້າງຊາດແຂວງ ອັດຕະປື ໃນລະຫວ່າງວັນທີ 24-25 ພະຈິກ ຜ່ານມາ ນີ້, ໂດຍການເປັນປະທານຮ່ວມຂອງ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ທ່ານ ນາງ ຈັນສະໄໝ ໄຊຍະໂຄດ ຮອງປະທານແນວລາວສ້າງຊາດ ແຂວງ ອັດຕະປື, ມີ ທ່ານ ນາງ ຄໍາຕຸ່ນ ໄຊຍະສິງ ຮອງຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ທ່ານ ວິໄຊ ຈິດຕະວົງ ຮອງປະທານແນວລາວສ້າງຊາດ ແຂວງ ເຊກອງ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ອັດຕະປື ພ້ອມດ້ວຍ ແນວລາວສ້າງຊາດເມືອງ 5 ຕົວເມືອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ເຊກອງ ພ້ອມດ້ວຍ ແນວລາວສ້າງຊາດ ເມືອງ 4 ຕົວເມືອງຂອງແຂວງ ເຂົ້າຮ່ວມ ທັງໝົດ 38 ທ່ານ, ຍິງ 15 ທ່ານ.
ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃນໄລຍະຜ່ານມາ ຂອງສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງ, ໄດ້ຜ່ານເອກະສານຊັ້ນຄົນ ແລະ ເອກະສານການຈັດຕັ້ງສັງຄົມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອເປັນການພົບປະແລກປ່ຽນຄໍາຄິດຄໍາເຫັນ, ເກັບກໍາຂໍ້ມູນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຖອດຖອນບົດຮຽນດ້ານວິຊາການວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເປັນເອກະພາບຕໍ່ກັບວຽກງານດັ່ງກ່າວ.
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ໄດ້ເໜັ້ນບາງບັນຫາສໍາຄັນດັ່ງນີ້: ໃຫ້ຜູ້ເຂົ້າຮ່ວມກອງປະຊຸມກໍາໄດ້ບັນດາເອກະສານທີ່ບັນດາທ່ານໄດ້ຮັບການເຊື່ອມຊຶມມານັ້ນໃຫ້ສືບຕໍ່ສຶກສາຄົ້ນຄວ້າ ແລະ ເລືອກເຟັ້ນເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນຂອບເຂດຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນ; ແນວລາວສ້າງຊາດແຂວງ, ເມືອງ ຕ້ອງເພີ່ມທະວີຄວາມເປັນເຈົ້າການປະສານສົມທົບກັບ ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງ ເພື່ອຕິດຕາມຊຸກຍູ້ບັນດາການຈັດຕັ້ງສັງຄົມ (ສະມາຄົມ, ມູນນິທິ) ໃຫ້ຂຶ້ນທະບຽນ ແລະ ເຄື່ອນໄຫວຖືກຕ້ອງຕາມລະບຽບ, ກົດໝາຍ; ແນວລາວສ້າງຊາດແຂວງ, ເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ໃນຂົງເຂດຂອງຕົນໃຫ້ໄດ້ຮັບຜົນດີ ພ້ອມທັງເປັນເຈົ້າການປຸກລະດົມປະຊາຊົນລາວບັນດາເຜົ່າ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.