ໃນວັນທີ 30 ສິງຫາ 2022 ນີ້, ສູນກາງແນວລາວສ້າງຊາດ ຮ່ວມກັບແນວລາວສ້າງຊາດແຂວງສະຫວັນນະເຂດ ຈັດກອງປະຊຸມແລກປ່ຽນຫຼັກຄໍາສອນ ແລະ ພິທີກໍາ ຂອງສາສະໜາຕ່າງໆ ໃນ ສປປ ລາວ ຢູ່ແຂວງ ສະຫວັນນະເຂດ, ໂດຍການເປັນປະທານ ຂອງທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ຄຳແພງ ເພັດທຸມພອນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ, ມີບັນດາທ່ານຈາກສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຂວງສະຫວັນນະເຂດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບັນດາສາສະໜາ ຕ່າງໆ ເຂົ້າຮ່ວມ.
ກອງປະຊຸມໄດ້ມີການແລກປ່ຽນເອກະສານໃນຫົວຂໍ້: ຫຼັກຄວາມເຊື່ອພື້ນຖານຂອງສາສະໜາຄຣິສຕຽນ ຄຣິສຕະຈັກຂ່າວປະເສີດ, ຫຼັກຄວາມເຊື່ອພື້ນຖານຂອງສາສະໜາ ຄຣິສຕະຈັກຄະນະວັນເສົາ, ຫຼັກຄວາມເຊື່ອພື້ນຖານຂອງສາສະໜາ ກາໂທລິກ, ຫຼັກຄວາມເຊື່ອພື້ນຖານຂອງສາສະໜາບາຮາຍ ແລະ ຫຼັກຄວາມເຊື່ອພື້ນຖານຂອງສາສະໜາ ອິດສະລາມ. ພ້ອມກັນນັ້ນ, ໄດ້ມີການປະກອບຄໍາເຫັນແລກປ່ຽນຕໍ່ບັນດາເນື້ອໃນເອກະສານດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ຜູ້ເຊື່ອຖືມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບັນດາຫຼັກຄຳສອນ ຂອງບັນດາສາສະໜາຕ່າງໆ.
ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນເນັ້ນຕໍ່ກອງປະຊຸມວ່າ: ໃຫ້ຄະນະຮັບຜິດຊອບກ່ຽວກັບວຽກງານສາສະໜາ, ພະແນກທີ່ກ່ຽວຂ້ອງ ແລະ ການຈັດຕັ້ງສາສະໜາ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີປະສານສົມທົບກັນ ໃຫ້ເລິກເຊິ່ງກວ້າງຂວາງ ແລະ ເປັນປົກກະຕິກວ່າເກົ່າ; ຕ້ອງບຳລຸງ, ສ້າງພະນັກງານທີ່ເຮັດວຽກງານສາສະໜາ ໃຫ້ໄດ້ສຶກສາຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບວຽກງານສາສະໜາ, ຄົ້ນຄວ້າຮ່ຳຮຽນກ່ຽວກັບຫຼັກຄຳສອນ ແລະ ພິທີກຳ ຂອງສາສະໜາ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດພາບສູງ; ບັນດາອາຈານສອນສາສະໜາ ກໍຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລັດ, ຫຼັກຄຳສອນ ແລະ ພິທີກຳຕ່າງໆ ຂອງສາສະໜາ ເພື່ອເຮັດໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງເລິກເຊິ່ງຈະແຈ້ງກ່ຽວກັບເນື້ອແທ້ຂອງຫຼັກຄຳສອນ.
ຂ່າວ: ເຢ້
ບກ: ສືເຊັ່ງ ຈື້ໄຊ