ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງຊຽງຂວາງ ຄັ້ງທີ VII ໄດ້ໄຂຂື້ນ. ໃນວັນທີ 30 ທັນວາ 2020 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງທ່ານ ເພັດສະຫມອນ ດວງປະ ເສີດ ຮັກສາການປະທານແນວລາວສ້າງຊາດແຂວງຊຽງຂວາງ, ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາໃບ ດໍາລັດ ກໍາມະການສຸນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີ ທ່ານ ບຸນຈັນ ສິວົງພັນ ເລຂາພັກແຂວງ, ເຈົ້າແຂວງແຂວງຊຽງຂວາງ ມີບັນດາທ່ານ ຄະນະປະຈໍາພັກແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ຜູ້ຕາງ ຫນ້າຈາກອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງຊຽງຂວາງຄັ້ງທີ VII ນີ້ ດໍາເນີນພາຍໃຕ້ຄໍາຂວັນ (ເພີ່ມທະ ວີຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຕັ້ງຫນ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ຕິດພັນກັບວຽກງານ 3 ສ້າງ, ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແຂວງຊຽງຂວາງ ໃຫ້ເປັນຂະບວນການຟົດຟຶ້ນ). ກອງປະຊຸມໃນຄັ້ງນີ້, ທ່ານ ເພັດສະຫມອນ ດວງປະເສີດ ຮັກສາການປະທານແນວລາວສ້າງຊາດແຂວງ ໄດ້ເປັນກຽດກ່າວເປີດກອງປະຊຸມ ເຊີ່ງທ່ານຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງຊຽງຂວາງ ຄັ້ງທີVII ນີ້ ເປັນການສັງເກດຕີລາຄາເຖີງຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແນວລາວສ້າງຊາດ ໃນໄລຍະ 5 ປີ ທີ່ຜ່ານມາ ແລະ ວາງທິດທາງແຜນການໃນຊຸມປີຕໍ່ຫນ້າ, ພ້ອມກັນນັ້ນ, ໄດ້ແຕ່ງຕັ້ງເອົາຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃຫມ່ ເພື່ອເປັນຕົວແທນໃຫ້ແກ່ບັນດາຊົນເຜົ່າ, ຊັ້ນຄົນ , ສາສະຫນາ ແລະ ເພດ-ໄວ.