
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວສ້າງຊາດແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເຂລາພັກແຂວງ ເຈົ້າແຂວງໆບໍລິຄຳໄຊ, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນທ່ານຮອງປະທານແນວລາວສ້າງຊາດແຂວງ, ປະທານແນວລາວສ້າງຊາດເມືອງ, ພະນັກງານປະຕິວັດອາວຸໂສບຳນາມ, ພະສົງ ແລະ ແຂກຖຶກເຊີນເຂົ້າຮ່ວມ ທີ່ສະໂມສອນຫ້ອງວ່າການແຂວງ ບໍລິຄຳໄຊ ໃນວັນທີ 5 ກຸມພາ 2021.
ໃນກອງປະຊຸມຄັ້ງນີ້, ໄດ້ແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດແຂວງຊຸດໃໝ່ ສະໄໝທີ VII ຈຳນວນ 75 ທ່ານ, ພະສົງ 7 ອົງ, ຍີງ 17 ທ່ານ ກອງປະຊຸມຄັ້ງປະຖົມມະລຶກໄດ້ແຕ່ງຕັ້ງ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ເປັນປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ແລະ ຮອງປະທານຈຳນວນ 3 ທ່ານ (ທ່ານ ນ. ເກດແກ້ວ ກົມມະແສງ, ທ່ານ ສອນແກ້ວ ກ່າງປາວວື່, ທ່ານ ໂພວາ ພົມມະບຸດດີ ) , ຄະນະປະຈໍາ 7 ທ່ານ, ຄະນະກວດກາ 3 ທ່ານ ແລະ ຄະນະທີປຶກສາ 5 ທ່ານ.




