ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງອັດຕະປື ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງອັດຕະປື ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 12 ເມສາ 2021 ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານ ຂອງທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງອັດຕະປື. ກອງປະຊຸມມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 114 ທ່ານ, ພະສົງ 07 ອົງ ແລະ ຍິງ 27 ທ່ານ.

ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ທີ່ສະເໜີໂດຍທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນືີ່ຖອດຖອນໄດ້ ແລະຄາດໝາຍສູ້ຊົນ, ທິດທາງ-ໜ້າທີ່ໃນ 5 ປີຕໍ່ໜ້າຢ່າງລະອຽດ. ກອງປະຊຸມໄດ້ດຳເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດແນວລາວສ້າງຊາດໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ຍູ້ແຮງພາລະກິດສ້າງສາພັດທະນາແຂວງອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ສັງຄົມມີຄວາມສາມັກຄີປອງດອງຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານຂື້ນມາ”. ພ້ອມດຽວກັນນີ້, ໄດ້ຮັບຟັງບົດປະກອບຄໍາເຫັນຂອງບັນດາອົງການຈັດຕັ້ງມະຫາຊົນເປັນຕົ້ນ ຊາວໜຸ່ມແຂວງ, ບົດປະກອບຄໍາເຫັນກ່ຽວກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດເມືອງສາມັກຄີໄຊ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງ ທ່ານ ເລັດ ໄຊຍະພອນ ໃນນາມຕາງໜ້າການນໍາພັກ-ລັດ ແຂວງອັດຕະປື. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມໄດ້ມີການຮັບຮອງເອົາຄະນະປະຈໍາແນວລາວສ້າງຊາດແຂວງຊຸດໃໝ່ຈໍານວນ 7 ທ່ານ ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ, ຮັບຮອງເອົາທ່ານ ຫວັນໄຕ ບູມີດາ, ທ່ານ ດາວວອນ ສັນຕິສຸກ, ທ່ານ ນ. ພູວົງ ໄຊຍະສິດ ແລະ ທ່ານ ນ. ຈັນສະໄໝ ໄຊຍະໂຄດ ເປັນຮອງປະທານແນວລາວສ້າງຊາດແຂວງ ແລະ ໄດ້ຮັບຮອງ ຄະນະກວດກາແນວລາວສ້າງຊາດແຂວງ 5 ທ່ານ ໂດຍແມ່ນທ່ານ ຫວັນໄຕ ບຸມິນດາ ເປັນປະທານກວດກາ.

ກອງປະຊຸມໃຫຍ່ຄັ້ງນີ້, ທ່ານ ຄໍາຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເປັນກຽດໂອ້ລົມ ເຊິ່ງທ່ານໄດ້ເນັ້ນບາງເນື້ອໃນວ່າ: ແນວລາວສ້າງຊາດແມ່ນໜຶ່ງໃນອົງການການເມືອງຂອງ ສປປ ລາວ ເປັນອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ. ແນວລາວສ້າງຊາດມີບົດບາດເປັນພື້ນຖານການເມືອງໜຶ່ງຂອງລະບອບປະຊາທິປະໄຕ ປະຊາຊົນ, ເປັນຄັນທຸງເຕົ້າໂຮມທຸກກໍາລັງແຮງກາຍແຮງໃຈ ແລະ ສະຕິປັນຍາຂອງທົ່ວປວງຊົນ ເພື່ອສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາ ວັດທະນະທຳຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ພ້ອມທັງໃກ້ຊິດຕິດແທດ, ເກັບກຳຫາງສຽງຄຳຄິດຄຳເຫັນ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ເພື່ອສະເໜີປຶກສາຫາລືກັບພາກສ່ວນກ່ຽວຂ້ອງແກ້ໄຂຢ່າງເໝາະສົມ ແລະ ທັນການ. ທ່ານຍັງກ່າວຕື່ມວ່າ ພາຍຫລັງສໍາເລັດກອງປະຊຸມໃຫ່ຍຄັ້ງນີ້ ໃຫ້ບັນດາສະຫາຍຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ນຳເອົາມະຕິ, ເນື້ອໃນກອງປະຊູມໃຫ່ຍຄັ້ງນີ້ ໄດຍຕິດພັນກັບມະຕິກອງປະໍຊູມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ບັນດາຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມຮັບຮູ້, ເຂົ້າໃຈຈະແຈ້ງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.

info@lfnd.org.la | 021 213754 | (856-21) 453191