ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງ ເຊກອງ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ ການເປັນປະທານຂອງທ່ານ ນ. ບຸນຮຽງ ບຸນຈິດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງເຊກອງ, ເປັນກຽດເຂົ້າຮ່ວມມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງແຂວງເຊກອງ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານເຈົ້າເມືອງ, ປະທານແນວລາວສ້າງຊາດ 4 ເມືອງພາຍໃນແຂວງ, ຕາງໜ້າພະແນກການອ້ອມຂ້າງ ຕະຫຼອດຮອດ ພະນັກງານແນວລາວສ້າງຊາດແຂວງ ເຂົ້າຮ່ວມ ທີ່ສະໂມສອນໃຫຍ່ແຂວງ ວັນທີ 27 ມັງກອນ 2021;
ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາລວມການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V; ໃນນີ້, ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ (2021-2026) ສະເໜີໂດຍ ທ່ານ ນ. ລັດສະໜີ ບົວລະພາ ຮອງປະທານ ແນວລາວສ້າງຊາດແຂວງ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງຜູ້ແທນເມືອງກະລຶມ, ເມືອງດາກຈຶງ, ເມືອງ ທ່າແຕງ ແລະ ເມືອງ ລະມາມ.
ໃນໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ເປັນກຽດໂອ້ລົມ ເຊິ່ງມີບາງຕອນ ທ່ານໄດ້ເນັ້ນວ່າ: ໃຫ້ແນວລາວສ້າງຊາດແຂວງ-ເມືອງ ນຳເອົາມະຕິ, ເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ເຊື່ອມຊື່ມ ໃຫ້ບັນດາອົງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ຢ່າງກວ້າງຂວາງ, ທົ່ວເຖິງ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈຈະແຈ້ງ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ຕິດພັນກັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມກົດໝາຍວ່າດ້ວຍແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະວຽກງານມະຫາຊົນຂອງພັກ, ໃນໄລຍະໃໝ່ດໍາລັດຂອງລັດຖະບານ ສະບັບເລກທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ແລະ ບັນດາມະຕິ, ຄໍາແນະນໍາຂອງສູນກາງແນວລາວສ້າງຊາດ ໃຫ້ທົ່ວເຖິງ, ກວ້າງຂວາງ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນ ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ ໂດຍສ້າງເງື່ອນໄຂໃຫ້ມະຫາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ປັບປຸງພັກ, ປັບປຸງອຳນາດລັດຂັ້ນຕ່າງໆ, ປະກອບຄໍາເຫັນຕໍ່ການຈັດຕັ້ງ, ບຸກຄະລາກອນຂອງພັກ ແລະ ລັດ ໃນແຕ່ລະຂັ້ນ ແນ່ໃສ່ເຮັດໃຫ້ລະບົບການເມືອງປະຊາທິປະໄຕປະຊາຊົນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສົມກັບທາດແທ້ ມູນເຊື້ອ ທີ່ມາຈາກປະຊາຊົນ, ເປັນຂອງປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ຄຽງຄູ່ກັນນັ້ນ, ຍົກສູງບົດບາດຕິດຕາມ, ກວດກາ ໂດຍຜ່ານຄຳຄິດຄຳເຫັນ, ຄຳສະເໜີຕໍ່ການຈັດຕັ້ງປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດ, ໄວ ເຂົ້າໃນການວາງແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການກ່ໍສ້າງພັກ-ພະນັກງານ, ການປັບປຸງອົງການອຳນາດລັດ; ຕັ້ງໜ້າເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງຕາມພາລະບົດບາດຂອງຕົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສະເໜີໃຫ້ຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ສືບຕໍ່ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ທາງດ້ານງົບປະມານ, ພາຫະນະ, ອຸປະກອນ ແລະ ສະຖານທີ່ ໃຫ້ແກ່ອົງການແນວລາວສ້າງຊາດ ເພື່ອສາມາດເຄື່ອນໄຫວວຽກງານຕາມພາລະບົດບາດ ແລະ ມີເນື້ອໃນອຸດົມສົມບູນກວ່າເກົ່າ; ພ້ອມນີ້, ຕ້ອງໄດ້ປັບປຸງແບບແຜນວິທີການເຄື່ອນໄຫວວຽກງານຂອງຕົນໃຫ້ສອດຄ່ອງ ແລະ ເໝາະສົມ.
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດ ແຂວງເຊກອງ ສະໄໝທີ VI ຈຳ ນວນ 71 ທ່ານ, ພຣະສົງ 9 ອົງ ແລະ ເພດຍິງ 18 ທ່ານ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ທ່ານ ນ. ບຸນຮຽງ ບຸນຈິດ ຄະນະປະຈໍາພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ, ຮັບຮອງເອົາຮອງປະທານຈໍານວນ 4 ທ່ານ; ຄະນະປະຈຳ 5 ທ່ານ, ຍິງ 3 ທ່ານ, ຄະນະກວດກາ 5 ທ່ານ ແລະ ຄະນະທີ່ປຶກສາ ຈໍານວນ 5 ທ່ານ.