ກົມສາສະໜາ ສູນກາງແນວລາວສ້າງຊາດ(ສນຊ) ຈັດກອງປະຊຸມໃຫ່ຍ ຄັ້ງທີ VI ຂອງໜ່ວຍພັກຂື້ນ ທີ່ ສນຊ ໃນວັນທີ 7 ກຸມພາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ຄະນອງລິດ ສີສົມບູນ ເລຂາໜ່ວຍພັກ, ຫົວໜ້າກົມສາສະໜາ, ເປັນກຽດເຂົ້າຮ່ວມມີສະຫາຍ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ສະຫາຍ ຮສ.ດຣ ສົມອົກ ກິ່ງສະດາ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານສາສະ ໜາ, ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກກົມ, ຫ້ອງການ, ສູນຝືກອົບຮົມ, ຕາງໜ້າຄະນະ 3 ອົງການຈັດຕັ້ງມະຫາ ຊົນຂອງ ສນຊ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນ-ສໍາຮອງຂອງກົມສາສະໜາ ເຂົ້າຮ່ວມ.
ສະຫາຍ ຄະນອງລິດ ສີສົມບູນ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກກົມ ສາສະໜາ ສະໄໝທີ V ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງກົມສາສະໜາ ແຕ່ປີ 2014-2019 ແລະ ຄາດໝາຍສູ້ຊົນ, ທິດທາງລວມ ແລະ ວຽກງານແຕ່ລະດ້ານ ແຕ່ປີ 2020-2024. ຈາກນັ້ນ, ໄດ້ຮັບຟັງເນື້ອໃນບົດສໍາຫຼວດການນໍາພາຂອງໜ່ວຍພັກ ສະໄໜທີ V ພ້ອມທັງກ່າວລາໜ້າທີ່ຂອງຄະນະໜ່ວຍພັກຊຸດເກົ່າ. ກອງປະຊຸມມີ ການປ່ອນບັດເລືອກຕັ້ງຄະນະໜ່ວຍພັກຊຸດໃໜ່ ເຊີ່ງຜ່ານກອງປະຊຸມປະຖົມມະລຶກ ໄດ້ຕົກລົງເລືອກເອົາຄະນະໜ່ວຍພັກ 3 ສະຫາຍ ຄື: ສະຫາຍ ຄະນອງລິດ ສີສົມບູນ ເປັນເລຂາໜ່ວຍພັກກົມສາສະໜາ, ສະຫາຍ ບຸນທະວີ ພອນທະສິນ ຮອງຫົວ ໜ້າກົມສາສະໜາ ເປັນຮອງເລຂາໜ່ວຍພັກ ພ້ອມທັງເປັນປະທານກວດກາ ແລະ ສະຫາຍ ຈັນທະລາ ຂັນທະລັງສີ ເປັນຄະນະໜ່ວຍພັກ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ຄໍາໃບ ດໍາລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງຄະນະໜ່ວຍພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານ-ລັດຖະກອນ ປະຕິບັດໜ້າທີການເມືອງຂອງຕົນ, ຍາດໄດ້ຜົນງານສຳເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ໂອ້ລົມຕໍ່ກອງປະຊຸມຕື່ມວ່າ: ໃຫ້ຄະນະໜ່ວຍພັກຊຸດໃໝ່ຈົ່ງເອົາໃຈໃສ່ຫ້າວຫັນສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຕົນ ໃຫ້ປະກົດຜົນເປັນຈິງ ບົນພື້ນຖານຮັບປະກັນຄຸນນະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ເພີ່ມທະວີບົດບາດຄວາມສາມາດນຳພາ, ປັບປຸງກໍ່ສ້າງການຈັດຕັ້ງໃຫ້ໜັກແໜ້ນ ແລະ ເຂັ້ມແຂງໃນທຸກດ້ານ; ປັບປຸງວິທີການຮ່ວມຊີວິດການເມືອງ ໃຫ້ມີເນື້ອໃນເລິກເຊິ່ງ, ມີການຕຳນິຕິຊົມຕົນເອງ, ຕຳນິຕິຊົມເຊິ່ງກັັນ ແລະ ກັນ; ເພີ່ມທະວີຮັດແໜ້ນຄວາມສາມັກຄີ ເປັນເອກະພາບພາຍໃນໜ່ວຍພັກ, ປັບປຸງແບບແຜນນຳພາ ແລະ ວິທີການເຮັດວຽກ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມມະຕິຄຳສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ສ້າງເງື່ອນໄຂເຄື່ອນໄຫວຂະບວນການຕ່າງໆ ເພື່ອທົດສອບມະຫາຊົນໃຫ້ເປັນແບບຢ່າງທີ່ດີ; ເພີ່ມທະວີການຕິດຕາມ, ກວດກາຂອງພັກໃຫ້ແທດເຖິງ, ເຂັ້ມແຂງ, ໂດຍເລີ່ມຈາກຄະນະໜ່ວຍພັກ ຕ້ອງເປັນແບບຢ່າງໃນການປະຕິບັດວຽກງານກວດກາ ຕາມຫຼັກການກວດກາຂອງພັກ, ໃຫ້ສະມາຊິກພັກຕ້ອງເອົາໃຈໃສ່ໃນການຍົກລະດັບຄວາມຕື່ນຕົວ ຕໍ່ການປະຕິບັດໜ້າທີ່ວຽກງານດ້ວຍຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ ແລະ ປະຕິບັດກົດລະບຽບຂອງພັກ ຢ່າງເຂັ້ມງວດ.
