ອົງການພຸດທະສາດສະໜາສຳພັນລາວ(ອພສ) ແຂວງອັດຕະປື ໄດ້ເປີດກອງປະຊຸມໃຫ່ຍຜູ້ແທນພຣະສົງທົ່ວແຂວງສະໄໝທີ VI ຂື້ນທີ່ຫໍປະຊຸມໃຫ່ຍຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ພຣະຫຼັກຄໍາທັກຂິນສາຣະທໍາເມທາຈານ ສີສະຫວາດ ເທບວົງສາ ປະທານ ອພສ ແຂວງອັດຕະປື, ມີພຮະຍອດຄຳພັດທະຮະເກສີ ປະລີນຍາເອກດຳຮົງ ພີມມະຈັກ ຫົວໜ້າຫ້ອງການສູນກາງ ອພສ, ມີທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີພຣະເຖລາ ນຸເຖຣະຈາກ ອພສ ສູນກາງ ແລະ ອພສ 3 ແຂວງ ພາກໃຕ້: ຈຳປາສັກ, ເຊກອງ ແລະ ສາລະວັນ ພ້ອມດ້ວຍແຂກຖືກເຊີນອອ້ມຂ້າງແຂວງ, ເມືອງ ຕະຫຼອດຮອດອົງການປົກຄອງບ້ານເຂົ້າຮ່ວມ ໃນວັນທີ 24 ກຸມພາ 2021ນີ້.
ກອງປະຊຸມໃຫ່ຍພຣະສົງທົ່ວແຂວງໃນຄັງນີ້, ປະທານ ອພສ ແຂວງອັດຕະປື ໄດ້ສະຫຼຸບຕີລາຄາດ້ານດີ-ອອ່ນ,ຂໍ້ຄົງຄ້າງ ແລະ ຜົນງານທີ່ຍາດມາໄດ້. ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ຕໍ່ກັບວຽກງານ ອພສ ໃນໄລຍະ 5 ຜ່ານມາ ແລະ ກຳນົດທິດທາງແຜນການສືບຕໍ່ໃນໄລຍະ 5 ປີຕໍ່ໜ້າ 2021-2025 ເຊີ່ງໃນໄລຍະ 5 ປີຜ່ານມາ ອພສ ໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍ ດ້ວຍການເທດສະໜາຫຼັກຄຳສອນ ຮິດຄອງປະເພນີ, ລະບຽບກົດໝາຍບ້ານເມືອງ ໃຫ້ກັບສາສະນີກະຊົນ, ພຣະສົງສຳມະເນນ ໃນທົ່ວແຂວງອັດຕະປື ມີວັດທັງໝົດ 66 ວັດ, ມີພຣະສົງສຳມະເນນ 837 ອົງ, ມີໂຮງຮຽນສົງ 2 ແຫ່ງ ແລະ ສ້າງວັດໃໝ່ຂື້ນມີ 10 ວັດ.
ໃນກອງປະຊຸມຄັ້ງນີ້, ພຣະສົງທົ່ວແຂວງອັດຕະປື ໄດ້ເປັນເອກະສັນຮັບຮອງເອົາຄະນະບໍລິຫານງານ ອພສແຂວງອັດຕະປື ຈຳນວນ 25 ອົງ, ຮັບຮອງເອົາທີ່ປືກສາ ອພສ ແຂວງ 2 ອົງ ແລະ ຮັບຮອງເອົາຄະນະບໍລີຫານປະຈຳການ ອພສ ແຂວງ 7 ອົງ ໂດຍແມ່ນ ພຣະຫຼັກຄໍາທັກຂິນສາຣະທໍາເມທາຈານ ສີສະຫວາດ ເທບວົງສາ ເປັນປະທານອົງການພຸດທະສາສະໜາສຳພັນລາວ ແຂວງອັດຕະປື.