ກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາປະທານແນວລາວສ້າງຊາດເມືອງພາຍໃນແຂວງ, ບັນດາຜູ້ແທນສົມບູນ, ຕາງໜ້າພະແນກການອ້ອມຂ້າງ ຕະຫຼອດຮອດພະນັກງານແນວລາວສ້າງຊາດແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໃນວັນທີ 04 ກຸມພາ 2021 ນີ້.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI; ໃນນີ້, ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ, ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຟັງບົດຄໍາເຫັນຂອງທ່ານເຈົ້າ ແຂວງ, ການປະກອບຄຳເຫັນຂອງບັນດາອົງການຈັດຕັ້ງມະຫາຊົນ; ພະແນກພາຍໃນແຂວງ ແລະ ແນວລາວສ້າງຊາດເມືອງສາລະວັນ.
ໃນໂອກາດນີ້, ທ່ານ ຄໍາຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເປັນກຽດໂອ້ລົມ ເຊິ່ງມີບາງຕອນທ່ານໄດ້ເນັ້ນວ່າ: ພາຍຫລັງສໍາເລັດກອງປະຊຸມໃຫ່ຍຄັ້ງນີ້ໃຫ້ຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ນຳເອົາມະຕິ, ເນື້ອໃນກອງປະຊຸມ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກໃນແຂວງໄປຈັດຕັ້ງເຜີຍແຜ່ເຊື່ອມຊື່ມ ໃຫ້ບັນດາອົງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ຢ່າງກວ້າງ ຂວາງ, ທົ່ວເຖິງ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈຈະແຈ້ງ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ຕິດພັນກັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມກົດໝາຍວ່າດ້ວຍແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະວຽກງານມະຫາຊົນຂອງພັກ, ໃນໄລຍະໃໝ່ດໍາລັດຂອງລັດຖະບານ ສະບັບເລກທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ແລະ ບັນດາມະຕິ, ຄໍາແນະນໍາຂອງສູນກາງແນວລາວສ້າງຊາດ ໃຫ້ທົ່ວເຖິງ, ກວ້າງຂວາງ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນເສີມຂະຫຍາຍປະ ຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ ໂດຍສ້າງເງື່ອນໄຂໃຫ້ມະຫາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ປັບປຸງພັກ, ປັບປຸງອຳນາດລັດຂັ້ນຕ່າງໆ, ປະກອບຄໍາເຫັນຕໍ່ການຈັດຕັ້ງ, ບຸກຄະລາກອນຂອງພັກ ແລະ ລັດ ໃນແຕ່ລະຂັ້ນ ແນ່ໃສ່ເຮັດໃຫ້ລະບົບການເມືອງປະຊາທິປະໄຕປະຊາຊົນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສົມກັບທາດແທ້ ມູນເຊື້ອທີ່ມາຈາກປະຊາຊົນ, ເປັນຂອງປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ຄຽງຄູ່ກັນນັ້ນ, ຍົກສູງບົດບາດຕິດຕາມ, ກວດກາ ໂດຍຜ່ານຄຳຄິດຄຳເຫັນ, ຄຳສະເໜີຕໍ່ການຈັດຕັ້ງປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຄວາມມຸ່ງມາດປາຖະໜາຂອງປະ ຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດ, ໄວ ເຂົ້າໃນການວາງແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການກ່ໍສ້າງພັກ-ພະນັກງານ, ການປັບປຸງອົງການອຳນາດລັດ; ຕັ້ງໜ້າເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງຕາມພາລະບົດ ບາດຂອງຕົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສະເໜີໃຫ້ຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ສືບຕໍ່ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ທາງດ້ານງົບປະມານ, ພາຫະນະ, ອຸປະກອນ ແລະ ສະຖານທີ່ ໃຫ້ແກ່ອົງການແນວລາວສ້າງຊາດ ເພື່ອສາມາດເຄື່ອນໄຫວວຽກງານຕາມພາລະບົດບາດ ແລະ ມີເນື້ອໃນອຸດົມສົມບູນກວ່າເກົ່າ; ພ້ອມນີ້, ຕ້ອງໄດ້ປັບປຸງແບບແຜນວິທີການເຄື່ອນໄຫວວຽກງານຂອງຕົນໃຫ້ສອດ ຄ່ອງ ແລະ ເໝາະສົມ.
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດ ແຂວງສາລະວັນ ສະໄໝທີ VII ຈໍານວນ 79 ທ່ານ, ພະສົງ 7 ອົງ ແລະ ເພດຍິງ 13 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ທ່ານ ຄໍາຕາ ໂຮ່ຊົງເລືອງ ຄະນະປະຈໍາພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ ຮັບຮອງເອົາຮອງປະທານ ຈໍານວນ 3 ທ່ານ; ຄະນະປະຈຳ 5 ທ່ານ, ຍິງ 1 ທ່ານ, ຄະນະກວດກາ 3 ທ່ານ ແລະ ຄະນະທີ່ປຶກສາ ຈໍານວນ 5 ທ່ານ.