ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2021 ນີ້, ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດໄດ້ເປີດກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຮອງປະທານສູນກາງແນວລາວສ້າງຊາດ, ບັນດາທ່ານຫົວຫນ້າກົມ, ສູນຝືກອົບຮົມ,ຫົວໜ້າຫ້ອງການສູນກາງແນວລາວສ້າງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດທີ່ຜ່ານມາ ແລະ ແຜນການປະຈໍາເດືອນ ກໍລະກົດ, ລາຍງານການກະກຽມສ້າງແຜນງົບປະມານແຫ່ງລັດປະຈໍາປີ 2022, ວຽກງານຊົນເຜົ່າ, ວຽກງານຈັດຕັ້ງພະນັກງານ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ຮ່າງລາຍງານການເມືອງ ແລະ ແຜນພັດທະນາອົງການແນວລາວສ້າງຊາດ 5 ປີຕໍ່ຫນ້າ (2021-2025), ລາຍງານຜົນສໍາເລັດວຽກງານຂົນຂວາຍປະຊາຊົນ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ຫນ້າ, ວຽກງານສູນຝືກອົບຮົມ ສູນກາງແນວລາວສ້າງຊາດ. ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ຫົວຂໍ້ຕ່າງໆ.
ໃນຕອນທ້າຍກອງປະຊຸມ ທ່ານ ປະທານ ສນຊ ໄດ້ສະຫລຸບ ແລະ ມີທິດຊີ້ນໍາກ່ຽວກັບວຽກງານດ້ານຕ່າງໆເພື່ອຈັດຕັ້ງປະຕິບັດໃຫ້ ແທດເຫມາະກັບສະພາບການ ແລະ ທ່ວງທັນຕາມກຳນົດເວລາ.
ຂ່າວ ແລະ ພາບໂດຍ: ສຸລິສາ