ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ(13 ສິງຫາ 1950 – 13 ສິງຫາ 2023) ແລະ ເພື່ອພ້ອມກັນຕີລາຄາກ່ຽວກັບສະຖານະພາບ ຂອງຊາວກະສິກອນລາວໃນເງື່ອນໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ກົນໄກການຈັດຕັ້ງ ທີ່ຈະຊ່ວຍໃຫ້ຊາວກະສິກອນ ໄດ້ປັບປຸງສະຖານະພາບຂອງຕົນເອງໃຫ້ດີຂຶ້ນ; ເພື່ອສຶກສາກ່ຽວກັບຮູບແບບອົງການຈັດຕັ້ງຂອງຊາວກະສິກອນ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ. ສະນັ້ນໃນວັນທີ 11 ສິງຫາ 2023 ນີ້ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: ສະຖານະພາບຂອງຊາວກະສິກອນລາວ ໃນສະພາບທີ່ມີຄວາມຍູ້ງຍາກທາງດ້ານເສດຖະກິດ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ ຂຶ້ນທີ່ສູນກາງແນວລາວສ້າງຊາດ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ; ເປັນກຽດເຂົ້າຮ່ວມຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ-ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປືກສາວຽກງານທິດສະດີ ຂອງສູນກາງພັກ, ມີທ່ານ ຫງວຽນກັວກຕວັານ ຮອງປະທານ ສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ກຳມະການສູນກາງແນວລາວສ້າງຊາດ ທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງທັງ 2 ປະເທດ ເຂົ້າຮ່ວມຊ່ອງໜ້າ ແລະ ຜ່ານວີດີໂອທາງໄກ ຈຳນວນ 400 ກວ່າທ່ານ.

ກອງປະຊຸມໄດ້ຮັບຟັງບົດລາຍງານ ຜົນການຄົ້ນຄວ້າເບື້ອງຕົ້ນກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງ ສະຫະພັນຊາວກະສິກອນລາວ; ຮັບຟັງບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບພາລະບົດບາດ ຂອງສະມາຄົມຊາວກະສິກອນຫວຽດນາມ; ສະພາບ ແລະ ບົດບາດຂອງຖັນແຖວຊາວກະສິກອນລາວ ໃນການສ້າງເສດຖະກິດ-ສັງຄົມລາວ; ໝາກຜົນໂຕຈິ່ງໃນການພັດທະນາຊົນນະບົດ ແລະ ການຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນລາວ; ບາງບັນຫາການຜະລິດກະສິກຳ ຂອງຊາວກະສິກອນລາວ ທີ່ພົວພັນກັບຜູ້ປະກອບການ ດ້ານອຸດສາຫະກຳ-ການຄ້າ ແລະ ການບໍລິການ, ຈາກນັ້ນກອງປະຊຸມໄດ້ຮັບຟັງບົດຮຽນບາງຕົວແບບການຜະລິດ ຂອງຊາວກະສິກອນລາວ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້; ພ້ອມກັນນັ້ນ ກໍ່ໄດ້ຮັບຟັງການປະກອບຄຳຄິດເຫັນ ຂອງຜູ້ເຂົ້າຮ່ວມຢ່າງມີເນື້ອໃນກົງໄປກົງມາ ແລະ ຟົດຟື້ນ; ພິເສດກອງປະຊຸມໄດ້ຮັບຟັງຄຳເຫັນຂອງທ່ານ ຄຳພັນ ເຜີຍຍະວົງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ.

ໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໃນນາມປະທານກອງປະຊຸມໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຫວຽດນາມທີ່ໄດ້ໃຫ້ບົດຮຽນ ແລະ ບັນດາທ່ານ ທີ່ໄດ້ເອົາໃຈໃສ່ໃຫ້ການປະກອບຄຳເຫັນ ແລະ ທ່ານໄດ້ເນັ້ນບາງເນື້ອໃນທີ່ສຳຄັນຕໍ່ກອງປະຊຸມຕື່ມອີກ.
