
ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ວັນທີ 3.3.2021 ກົມໂຄສະນາ ສນຊ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສູນກາງແນວລາວສ້າງຊາດ, ຫົວໜ້າ-ຮອງຫົວໜ້າກົມ ສນຊ, ຄະນະທີ່ປຶກສາວຽກງານປະຫວັດສາດ, ມີຜູ້ຕ່າງຫນ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງຮ່າງບົດລາຍງານຫຍໍ້ກ່ຽວກັບໂຄງການຄົ້ນຄ້ວາປະຫວັດສ່ດແນວລາວສ້າງຊາດ ໃນໄລຍະຜ່ານມາຈາກ ທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ ; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ໃສ່ໂຄງຮ່າງ, ເນື້ອໃນ ປະຫວັດສາດແນວລາວສ້າງຊາດ ແຕ່ລະໄລຍະ ເພື່ອໃຫ້ຖຶກຕ້ອງຕາມວິທະຍາສາດ ແລະຄວາມເປັນຈິງ.
ໂດຍ: ສຊ ຈື້ໄຊ


