ກົມຊັ້ນຄົນ-ອົງການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມແລກປ່ຽນຄໍາເຫັນໃສ່ຮ່າງຄົ້ນຄວ້າ ຈັດວາງ, ສັບຊ້ອນຊັ້ນຄົນ ແລະ ຊື່ເອີ້ນກົມຊັ້ນຄົນ-ອົງການຈັດຕັ້ງສັງຄົມ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານ ສນຊ,
ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ບັນດາທ່ານຮອງປະທານ ສູນກາງແນວລາວສ້າງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສູນຝຶກອົບຮົມ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ສູນກາງແນວລາວສ້າງຊາດເຂົ້າ ຮ່ວມ ທີ່ຫ້ອງປະຊຸມໃຫຍ່ (ຊັ້ນ 2) ສນຊ ໃນວັນທີ 31 ພຶດສະພາ 2017 ນີ້,
ກອງປະຊຸມຄັ້ງນີ້ ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບວຽກງານກົມຊັ້ນຄົນ-ອົງການຈັດຕັ້ງສັງຄົມ ແລະ ການຊັບຊ້ອນຊັ້ນຄົນ, ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກ່ຽວກັບຊັ້ນຄົນ ທີ່ມີຢູ່ໃນ ສປປ ລາວ ຊັ້ນຄົນຕ່າງໆ ໄດ້ມີບົດບາດສໍາຄັນໃຫຍ່ ຫຼວງ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການຊ່ວຍແບ່ງເບົາພາລະຂອງພັກ-ລັດ, ສູນກາງແນວລາວສ້າງຊາດ ໃນວຽກງານປຸກລະ ດົມ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ເປັນກໍາລັງແຮງສັງລວມຢູ່ອ້ອມຂ້າງພັກ, ລວມທັງໄດ້ປະກອບສ່ວນເຂົ້າຮ່ວມໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ.
ໃນພິທີໄດ້ຮັບຟັງການສະເໜີບົດສັງລວມຫຍໍ້ສາມາດຈັດຕັ້ງປະຕິບັດວຽກງານຊັ້ນຄົນ ໃນໄລຍະຜ່ານມາ; ບົດອະທິບາຍເຫດຜົນ ແລະ ຄວາມຈໍາເປັນໃນການຄົ້ນຄ້ວາ ຈັດວາງ, ຊັບຊ້ອນປະເພດຊັ້ນຄົນ ແລະ ຄວາມສໍານຶກໃນການນິຍາມຊັ້ນຄົນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງຟົດຟື້ນ ຕາມຄໍາຖາມເຈາະຈີ້ມທີ່ປະທານກອງປະຊຸມໄດ້ວາງອອກແນໃສ່ໃຫ້ໄດ້ຄໍາເຫັນທີ່ຖຶກກັບຈຸດປະສົງ ແລະ ເປົ້າໝາຍໃນການຄົ້ນຄວ້າ, ຈັດວາງ ແລະ ຊັບຊ້ອນຊັ້ນຄົນ ແລະ ສຸດທ້າຍຍັງໄດ້ແລກປ່ຽນຄໍາເຫັນຕໍ່ການເອີ້ນຊື່ກົມ ທີ່ເໝາະສົມກັບສະພາບປັດຈຸບັນການນໍາພາຂອງພັກເຮົາອີກດ້ວຍ.
ໃນໂອກາດດັ່ງກ່າວນີ້ ທ່ານ ຮສ. ດຣ ສົມອົກ ກິ່ງສະດາ ໄດ້ໃຫ້ກຽດມີຄໍາເຫັນໂອລົມ ເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ຄະນະຮັບຜິດຊອບ ທີ່ໄດ້ພ້ອມກັນກະກຽມ ແລະ ຊົມເຊີຍທຸກທ່ານ ທີ່ໄດ້ເອົາໃຈໃສ່ມີຄໍາເຫັນແລກປ່ຽນບົດຮຽນ, ຂໍ້ມູນທີ່ກ່ຽວຂ້ອງ ແລະ ໄດ້ປະຕິບັດຕາມເນື້ອໃນຈິດໃຈ, ວາລະໄດ້ຕາມຄາດໝາຍທີ່ວາງໄວ້.