ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊູມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຊອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂື້ນຢ່າງເປັນທາງການ

ກອງປະຊູມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຊອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂື້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າ ວັນທີ 13 ມັງກອນ 2021 ທີ່ຫໍປະຊູມໃຫ່ຍ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ບູນຍັງ ວໍລະຈຶດ ເລຂາທຶການໃຫ່ຍຄະນະບໍລຶຫານງານສູນກາງພັກ, ຄະນະເລຂາທຶການສູນກາງພັກ, ກຳມະການສູນກາງພັກ, ນັກປະຕຶວັດອາວູໂສ, ວຶລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊຶກພັກສົມບຸນ ຈຳນວນ 768 ກ່ວາສະຫາຍ, ຍຶງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໝ້າອົງຄະນະພັກຂະແໝງການ ແລະ ທ້ອງຖື່ນໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຂຳນວນ 147 ສະຫາຍ ທີ່ຕາງໝ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ.

 

ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ເຊິ່ງມີບາງຕອນສໍາຄັນວ່າ: ເມື່ອຫວນເບິ່ງຄືນການນໍາພາ-ຊີ້ນໍາຂອງສູນກາງພັກໃນການຈັດຕັ້ງປະຕິບັດມະຕິ X ຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ ສັບສົນ ຄາດການໄດ້ຍາກ ແລະ ການແຜ່ລະບາດ ຢ່າງຫນັກຫນ່ວງຂອງພະຍາດໂຄວິດ-19 ເຊິ່ງເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ, ເຫັນວ່າ ຂະບວນການພັດທະນາສ້າງສາປະເທດຊາດ ໄດ້ມີບາດ ກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫລາຍດ້ານ: ຮັບປະກັນໃຫ້ປະເທດ ຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຫມາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາຫນີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດ ເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບ ການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງຫນ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ ທາງ ດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບ ການເຄື່ອນໄຫວ ຕາມທິດ ປົກຄອງດ້ວຍກົດຫມາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງຫນ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງຕາມທິດ ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແຫນ້ນ ແນໃສ່ສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ຕະຫລອດໄລຍະຫນຶ່ງສະໄຫມຜ່ານມາ, ເຖິງວ່າພັກ ແລະ ລັດເຮົາ ໄດ້ສຸມໃສ່ນໍາພາຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນຫນຶ່ງ ທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ກໍຍັງແມ່ນບັນຫາທີ່ພວກເຮົາ ໄດ້ຕີລາຄາຢ່າງກົງໄປ ກົງມາ ກ່ອນຫນ້ານີ້ແລ້ວ. ທັງຫມົດເຫລົ່ານັ້ນ, ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງ ທາງດ້ານການເມືອງເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງຫນ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ໃນຊຸມ ປີຕໍ່ຫນ້ານີ້ ໃຫ້ມີການຫັນປ່ຽນໄປສູ່ລວງເລິກ ໄດ້ຢ່າງແທ້ຈິງ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາ ປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ຫນ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ຫນ້າ ເພື່ອສືບຕໍ່ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວ ເດີນ ສູ່ຈຸດຫມາຍສັງຄົມນິຍົມ, ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາຮ່າງກົດລະບຽບສະບັບປັບປຸງ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າ ຂອງຕົນໃນໄລຍະໃຫມ່ ແລະ ຈະໄດ້ສໍາຫຼວດຕີລາຄາການນໍາພາຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ທີ່ສະແດງອອກເຖິງຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວຂອງພັກ, ຮັບປະກັນ ລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບຫນຸ່ມແຫນ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາບັນດາສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະຫນ້າທີ່ອັນຫນັກຫນ່ວງທີ່ ພັກ ແລະ ປະເທດຊາດ ໄດ້ມອບຫມາຍໃຫ້.

ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ບັນດາ ສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການ ຄົ້ນຄວ້າ, ຄິດຫງາ ແລະ ປະກອບຄວາມເຫັນຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງ ຖືກຕ້ອງດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມພວກເຮົາບັນລຸຜົນສໍາເລັດ ຕາມຈຸດ ປະສົງຄາດຫມາຍຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນຄັ້ງນີ້ ຈະດໍາເນີນໄປເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021. ຂປລ

 

info@lfnd.org.la | 021 213754 | (856-21) 453191