ການຂະຫຍາຍເວລາໃຫ້ແກ່ລາຍການວິທະຍຸ ຂອງສູນກາງແນວລາວສ້າງຊາດ ເປັນສອງລະບົບຄື: AM ເວລາ 12:30 ຫາ 13:00 ໂມງ ຂອງທຸກໆວັນເສົາ ແມ່ນລາຍການປົກກະຕິ 30 ນາທີ ແຕ່ໄດ້ປັບປຸງ ແລະ ເພິ່ມເວລາໃນລະບົບ FM ຈາກ 30 ນາທີມາເປັນ 1 ຊົ່ວໂມງ ໂດຍໃຊ້ລະບົບ FM ເວລາ 13:00 ໂມງ ຫາ 14:00ໂມງ ຂອງທຸກໆວັນທິດ ລາຍການດັ່ງກ່າວແມ່ນຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນປີ 2021 ເປັນຕົ້ນປາຍ. ການຊີ້ນໍາການປັບປຸງລາຍການວິທະຍຸ ຂອງ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງນີ້, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສັງຂານ ຈຸນຄໍາພັນ ຮອງອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວ, ມີທ່ານ ປອ ພິດສະໄໝ ບຸນວິໄລ ຮອງຫົວໜ້າກົມໂຄສະນາ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສັງຂານ ຈຸນຄໍາພັນ ໄດ້ໃຫ້ຮູ້ວ່າ: ຮູບແບບ, ເນື້ອໃນຂອງລາຍການ, ຂັ້ນຕອນການຜະລິດຂ່າວ, ເນື້ອຫາສາລະຂອງລາຍການວິທະຍຸ ໃຫ້ມີການຂະຫຍາຍຢ່າງກວ້າງຂວາງ ແລະ ຕິດພັນກັບວຽກງານສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ.