ເນື່ອງໃນໂອກາດ ທີ່ຄະນະກຳມະການສູນກາງແນວລາວສ້າງຊາດ ຈະເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ໃນລະຫວ່າງວັນທີ 25-26 ພະຈິກ 2021 ນີ້, ໃນຕອນເຊົ້າຂອງວັນທີ 24 ພະຈິກ 2021 ນີ້, ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ(ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ພິລະອາດຫານຂອງບັນພະບູລຸດລາວ ກໍ່ຄື ບັນດານັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ.
