ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ວັນທີ 13 ສິງຫາ 1950 ຄົບຮອບ 71 ປີ, ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດກໍາມະການກົມການເມືອງສູນກາງພັກ, ອາດິດ ຮອງນາຍົກລັດຖະມົນຕີ ແລະ ທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ ພ້ອມດ້ວຍການນໍາ ສູນກາງແນວລາວສ້າງຊາດ ໄດ້ໄປວາງກະຕ່າດອກໄມ້ໃນຕໍ່ໜ້າຮູບປັ້ນທ່ານປະທານ ສຸພານຸວົງ ແລະ ໄດ້ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ທີ່ມີປະຫວັດຄວາມເປັນມາ, ມີມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປັດຈຸບັນ ໄດ້ຢ້ຽມຊົມ ແລະ ຮັບຟັງການບັນລະຍາຍ ຮູບພາບຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະໄລຍະ ໂດຍ ທ່ານ ຈິດຕະພົງ ໂພທີລັກ ຫົວໜ້າພະແນກຫໍມູນເຊື້ອ ໃນວັນທີ 12 ສິງຫາ 2021 ທີ່ຫໍມູນເຊື້ອແນວລາວສ້າງຊາດ.
