ວັນທີ 21 ພະຈິກ 2022 ນີ້, ທີ່ດ່ານສາກົນ ລາວບາວ ເມືອງເຊໂປນ ແຂວງ ສະຫວັນນະເຂດ ການນໍາສູນກາງແນວລາວສ້າງຊາດ ນຳໂດຍທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊິ່ງນໍາໂດຍທ່ານ ເລຕຽນເຈົາ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມເສີມສ້າງຊາຍແດນ ມິດຕະພາບ ລາວ-ຫວຽດນາມ ທີ່ຈະຈັດຂຶ້ນຢູ່ແຂວງ ສະຫວັນນະເຂດໃນມໍ່ໆນີ້.
ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນໄດ້ຢ້ຽມຢາມຫໍພິພິຕະພັນ ມູນເຊື້ອ ໄຊຊະນະຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ພ້ອມກັນນີ້, ໄດ້ຊົມການສະແດງສີລະປະວັນນະຄະດີຂອງນ້ອງໆນັກຮຽນ ມສ ດົງສະຫວັນ ເພື່ອເປັນການສະແດງຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳ ມະການແນວໂຮມປະເທດຊາດ ຫວຽດນາມ ແລະ ໄດ້ຢ້ຽມຊົມຮູບພາບຈຳລອງ ໃນສະໄໝການຕໍ່ສູ້ກູ້ຊາດ ລະຫວ່າງ ອ້າຍນ້ອງ ລາວ-ຫວຽດນາມ ໃນປາງສົງຄາມຕື່ມອີກ.