ສູນກາງແນວລາວສ້າງຊາດ

Lao Front For National Development

ການນໍາ ສນຊ ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ

     ຄະນະຜູ້ແທນສູນກາງແນວລາວສ້າງຊາດ ພ້ອມດ້ວຍ ຜູ້ແທນແຂວງເຊກອງ, ແຂວງ ຈໍາປາສັກ ແລະ ແຂວງອັດຕະປື ນໍາໂດຍທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ໄດ້ເຂົ້າພົບປະແລກປ່ຽນບົດຮຽນ ຮ່ວມກັບການນໍາ ນະຄອນໂຮ່ຈີມິນ ໂດຍເປັນກຽດຕ້ອນຮັບ ຂອງທ່ານ ຫງວຽນ ແທັ່ງ ຈຸງ ຮອງປະທານ ຜູ້ປະຈຳການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ພ້ອມດ້ວຍພະນັກງານບັນດາຂະແໜງ ການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 23 ຕຸລາ 2023 ນີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ.
     ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານ ຫງວຽນ ແທັ່ງ ຈຸງ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນສູນກາງແນວລາວສ້າງຊາດ ແລະ ຜູ້ແທນບັນດາແຂວງ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ ເພື່ອເປັນການເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນດ້ານວິຊາການ, ການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃນຂົງເຂດວຽກງານຕ່າງໆທີ່ມີການພົວພັນ ແລະ ຮ່ວມມືກັນໃຫ້ເປັນຮູບປະທໍາ. ພ້ອມກັນນັ້ນ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຕົ້ນ: ການຮ່ວມມືກັນທາງດ້ານເສດຖະກິດ, ຄວາມຮູ້-ບົດຮຽນຕ່າງໆທີ່ສໍາຄັນ.
     ທ່ານຮອງປະທານ ສນຊ ຜູ້ບໍ່ປະຈໍາການ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ຮອງປະທານ ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມດຽວກັນນັ້ນ, ກໍ່ໄດ້ລາຍງານ ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ໃຫ້ຮັບຊາບ. ເພື່ອເປັນການເພີ່ມທະວີການຮ່ວມມື ການຈັດຕັ້ງປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ຄະນະຜູ້ແທນບັນດາແຂວງ ແລະ ນະຄອນໂຮ່ຈີມິນ ໄດ້ເຊັນຮ່ວມກັນໃຫ້ເກີດດອກອອກຜົນ. ຄຽງຄູ່ກັນນັນ, ທັງສອງຝ່າຍຍັງໄດ້ຍົກບາງບັນຫາ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ໂດຍສະເພາະ ແມ່ນວຽກງານດ້ານກະສິກໍາ, ການຊອກຫາທ່າແຮງຂອງສອງຝ່າຍ ລະຫວ່າງ ນະຄອນໂຮ່ຈີມິນ ແລະ ສ ປປ ລາວ ແລະ ວຽກງານອື່ນໆທີ່ສໍາຄັນອີກຈໍານວນໜຶ່ງ ໃນການຜັນຂະຫຍາຍແຜນພັດທະນາແນວລາວສ້າງຊາດ 05 ປີ (2021-2025) ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະ ແມ່ນການຫັນປ່ຽນໃໝ່ ວຽກງານແນວລາວສ້າງຊາດ ກໍ່ຄື ການສ້າງລາຍຮັບເພີ່ມເຕີມທີ່ຖືກຕ້ອງຕາມກົດໝາຍ. ພ້ອມນັ້ນ, ຍັງເປັນການເສີມຂະຫຍາຍວຽກງານການທູດປະຊາຊົນ ກໍໍຄືການເສີມຂະຫຍາຍນ້ຳໃຈມິດຕະພາບຄວາມສາມັກຄີ ແລະ ການຮ່ວມມືຂອງສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂັ້ມແຂງ ແລະ ກ້ວາງຂວາງຂື້ນເລື່ອຍໆ. ສົ່ງເສີມວຽກງານການທູດປະຊາຊົນ, ການສ້າງກິດຈະກຳ ການເຄື່ອນ ໄຫວຢ້ຽມຢາມ, ແລກປ່ຽນບົດຮຽນດ້ານກະສິກຳ, ອຸດສະຫະກຳ ແລະ ການທ່ອງທ່ຽວ ຢູ່ ນະຄອນໂຮ່ຈີມິນ ພ້ອມກັບການວາງທິດທາງຮ່ວມມືກັນໃນການປະຕິບັດວຽກງານໃດໜຶ່ງທີ່ໄດ້ປຶກສາຫາລືກັນໃນຄັ້ງນີ້ໃຫ້ປະກົດຜົນເປັນ ແລະ ເປັນຮູບປະທຳຂື້ນເທື່ອລະກ້າວ.
info@lfnd.org.la | 021 213754 | (856-21) 453191