ການນໍາຂັ້ນສູງຂອງສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຂົ້າຮ່ວມພິທີວາງພວງມາຢູ່ອານຸສາວະລີນັກຮົບວິລະນາມດາວແດງ ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ.
ໃນວັນທີ 22 ມີນາ 2020 ນີ້, ເວລາ 6:30 ທີ່ອະນຸສາວະລີ ນັກຮົບນິລະນາມ ຊຶ່ງນໍາໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ, ມີບັນດາອົງການຈັດຕັ້ງມະຫາຊົນໄດ້ເຂົ້າວາງພວງມາລາເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຂອງວິລະຊົນແຫ່ງຊາດ, ນັບຮົບແຂ່ງຂັນ, ນາຍ ແລະ ພົນທະຫານ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານແບບເກົ່າ ແລະ ໃໝ່ ໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ແລະ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດທີ່ໄດ້ເສຍສະຫຼະເຫື່ອແຮງ, ສະຕິປັນຍາ ແລະ ຊີວິດອັນມີຄ່າເພື່ອພາລະກິດປົດປ່ອຍຊາດອອກຈາກແອກຄອບຄອງຂອງຈັກກະພັດຕ່າງດ້າວ. ຕໍ່ມາເວລາ 7 ໂມງ, ຄະນະໄດ້ໄປວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຄວາມຈົ່ງຮັກພັກດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຕະຫຼອດຊີວິດເຂົ້າໃນພາລະກິດປະຕິວັດນໍາພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດ ຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ, ລົບລ້າງລະບອບລາຊາທິປະໄຕ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.