ສູນກາງແນວລາວສ້າງຊາດ

Lao Front For National Development

ການປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ພິທີປະກາດເມືອງ ຫົວເມືອງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີທ່ານ  ສຈ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຜີວ ວົງສະຫວັນປະທານແນວລາວສ້າງຊາດແຂວງຫົວພັນ, ທ່ານ ອອ່ນພັນທອງທິດາ  ເຈົ້າເມືອງໆຫົວເມືອງ ແລະ ແຂກຖືກເຊີນຈາກສູນກາງ, ແຂວງ, ບັນດາເມືອງອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາຊົນເຜົ່າພາຍໃນເມືອງເຂົ້າຮ່ວມ ໃນວັນທີ 23 ຕຸລາ 2020

ເມືອງຫົວເມືອງ ເປັນເມືອງໜຶ່ງໃນ 10 ເມືອງ ຂອງແຂວງຫົວພັນ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ທົ່ວເມືອງປະກອບມີ 78 ບ້ານ, ມີພົນລະເມືອງທັງໝົດ 35.200 ຄົນ, ປະກອບມີ 5 ຊົນເຜົ່າຄື: ຊົນເຜົ່າ  ລາວ,ຊົນເຜົ່າ ກຶມມຸ,ຊົນເຜົ່າມົ້ງ,ຊົນເຜົ່າຜ້ອງ ແລະ ຊົນເຜົ່າໄຕ້ແດງ ປະຊາຊົນຊາວເມືອງຫົວພັນ ມີມູນ ເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມດຸໝັ່ນຂະຫຍັນມີຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກຂອງຕົນມາແຕ່ດົນນານ; ຂະບວນການຈັດຕັ້ງປະຕິບັດ ໂຄງການພັດທະນາກ້ອນກຳລັງມະຫາສາມັກຄີທົ່ວປວງຊົນ ເຊິ່ງໄດ້ມີວິທີຈັດຕັ້ງປະຕິບັດ ປະກອບມີ 5 ບາດກ້າວ ແລະ ໄດ້ປະກາດຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງຈໍານວນ 71 ບ້ານກວມເອົາ 91,03% ຍັງ 7ບ້ານຍັງບໍ່ໄດ້ປະເມີນ(ຍ້ອນພວມສ້າງຢູ່) ແນວລາວສ້າງຊາດ ເມືອງ ຫົວເມືອງ ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີເຂັ້ມແຂງ ໂດຍຖືເອົາການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆມາ. ໂດຍປະຕິບັດຕາມມາດຕະຖານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມຄຳແນະນຳ ຂອງສູນກາງແນວລາວສ້າງຊາດ. ສຳລັບປີ 2017-2020 ນີ້ ຜ່ານການປະເມີນຄອບຄົວສາມັກຄີປອງດອງຕາມ 4 ມາດຖານ ໃນຈຳນວນຄອບຄົວທັງໝົດ 5,096 ຄອບຄົວ; ກວມເອົາ 92,97% (ຍັງ 385ຄົວເຮືອນບໍ່ໄດ້ປະເມີນ)ທີ່ສາມາດປະຕິບັດໄດ້ຕາມມາດຖານ ແລະ ໄດ້ມອບໃບຢັ້ງຢືນເປັນບ້ານສາມັກຄີປອງດອງສຳເລັດ. ໂດຍອີງໃສ່ມາດ ຖານຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ໄດ້ກຳນົດໄວ້, ບັນດາຜົນງານທີ່ຍາດມາໄດ້ຫຼາຍປີ. ດັ່ງນັ້ນ, ສູນກາງແນວລາວສ້າງຊາດ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຢັ້ງຢືນເມືອງຫົວເມືອງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທໍາອິດຂອງແຂວງຫົວພັນ ເປັນກຽດກ່າວມອບໂດຍທ່ານ ສຈ. ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານເຈົ້າເມືອງໆຫົວເມືອງ.

ໃນພິທີດັ່ງກ່າວ, ທ່ານ ສຈ.ດຣ ສົມອົກ ກິ່ງສະດາ ໄດ້ເປັນກຽດໂອ້ລົມ ເຊິ່ງເນື້ອໃນບາງຕອນ ທ່ານໄດ້ເນັ້ນວ່າ: ຄະນະຮັບຜິດຊອບກໍຄື ຄະນະກຳມະການແນວລາວສ້າງຊາດເມືອງ-ບ້ານ ຈະຕ້ອງເອົາໃຈໃສ່ຮັກສານາມມະຍົດ ໃຫ້ຍືນຍົງ; ພ້ອມກັນນັ້ນ, ກໍໃຫ້ພະຍາຍາມສືບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ຍັງບໍ່ທັນບັນລຸເປົ້າໝາຍໃຫ້ສໍາເລັດ 100%% ເພື່ອໃຫ້ຄອບຄົວ ແລະ ບ້ານເຫຼົ່ານັ້ນກາຍເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ເປັນແບບຢ່າງໃຫ້ແກ່ບັນດາເມືອງພາຍໃນແຂວງ; ພ້ອມນີ້, ໃຫ້ແນວລາວສ້າງຊາດເມືອງ-ບ້ານສົມທົບກັບບັນດາຜູ້ຊົງຄຸນວຸດທິ ເພື່ອສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການສ້າງສາ ແລະ ພັດທະນາເມືອງ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໂດຍໃຫ້ລົງເລິກຊ່ວຍເຫຼືອດ້ານບົດຮຽນເປັນຕົ້ນ: ການຜະລິດກະສິກໍາເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ສ້າງອາ ຊີບຄົງທີ່ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າບໍ່ໃຫ້ຫຼຸດໂຕນກັນຫຼາຍ ແລະ ພ້ອມກັນຮັ່ງມີຂຶ້ນ; ເຂົ້າຮ່ວມຢ່າງຕັ້ງໜ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືແຂວງໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

info@lfnd.org.la | 021 213754 | (856-21) 453191