ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ
ຫວ່າງບໍ່ດົນມານີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້່າພົບປະທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ໄຊຍະບູລີ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງໄດ້ກ່າວຕ້ອນຮັບພ້ອມທັງຕີລາຄາສູງຕໍ່ການມາເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຂອງທ່ານຮອງປະທານສູນກາງແນວລາວສ້າງຊາດໃນຄັ້ງນີ້ ພ້ອມທັງລາຍງານສະພາບ ລວມໂດຍຫຍໍ້ ແລະ ການຊີ້ນໍາກະກຽມກອງປະຊູມໃຫຍ່ຂອງແນວລາວສ້າງຊາດແຂວງໃນໄລຍະຜ່ານມາໂດຍສະເພາະແມ່ນງົບປະມານ ແລະ ບຸກຄະລາກອນຂອງແນວລາວສ້າງຊາດໄດ້ຮັບຊາບ. ຈາກນັ້ນທ່ານ ຈັນທະວົງ ແສນອາມາດມົນຕີ ກໍ່ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃຫ້ເຈົ້າແຂວງໄດ້ຮັບຊາບເຊັ່ນກັນ.
ຫຼັງຈາກນັ້ນ, ທ່ານຮອງປະທານ (ສນຊ) ພ້ອມຄະນະ ແລະ ຜູ້ແທນແນວລາວສ້າງຊາດເມືອງຈາກ 11 ເມືອງໄດ້ໄປທັດສະນະສຶກເບິ່ງການປູກຜັກປອດສານຜິດໃນເຮືອນຮົ່ມຢູ່ຄ້າຍຄຸມຂັງ-ດັດສ້າງ ແລະ ການປູກຢາງພາລາ, ການລ້ຽງໄກ່ດູກດຳ, ການປູກຜັກປອດສານຜີດຢູ່ຄ້າຍທະຫານ 609 ຕື່ມອີກ.






