ໃນວັນທີ 15 ທັນວາ 2020 ທີ່ຜ່ານມານີ້ ຢູ່ໂຮງຮຽນມັດທະຍົມສົມບູນບ້ານນາງາມ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີປະກາດຮັບຮອງກຸ່ມນາງາມ ຈຳນວນ 6 ບ້ານຄື: ບ້ານນາງາມ, ບ້ານນາອ້ອມ, ບ້ານ ຫ້ວຍອຸ່ນ, ບ້ານ ທ່າສະເລື່ອງ, ມົກຈາກ ແລະ ບ້ານ ລາງ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ຄຳແພງ ທະວີແສງ ກຳມະການແນວລາວສ້າງຊາດເມືອງ, ເລຂາຄະນະພັກຮາກຖານກຸ່ມນາງາມ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ນາງ ຈັນທະຈອນ ດວງສຸກ ກຳມະການແນວລາວສ້າງຊາດແຂວງ ຮອງປະທານແນວລາວສ້າງຊາດແຂວງ, ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ອົງການປົກຄອງບ້ານ, ປະທານແນວບ້ານ, ເຖົ້າແກ່ແນວໂຮມ ແລະ ຕາງໜ້າປະຊາຊົນເຂົ້າຮ່ວມທັງໝົດ 73 ທ່ານ, ຍິງ 30 ທ່ານ.
ໃນພິທີທ່ານ ຄຳແພງ ທະວີແສງ ກຳມະການແນວລາວສ້າງຊາດເມືອງ ເລຂາຄະນະພັກຮາກຖານກຸ່ມນາງາມ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ ທ່ານໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ, ການປະຕິບັດຄຳແນະນຳສະບັບເລກທີ 033/ຄປຈ.ສນຊ ລົງວັນທີ 19 ເມສາ 2017 ວ່າດ້ວຍການຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຄ່ຽງຄູ່ກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ນອກນັ້ນ ທ່ານຍັງໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ມີຄວາມຮັບຮູ້ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຊາຊົນມີຄວາມຕື່ນຕົວທາງດ້ານການເມືອງ ແລະ ໃຫ້ສຶກສາອົບຮົມລູກຫຼານຂອງຕົນ. ໃນພິທີໄດ້ມອບ-ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ແກ່ການປົກຄອງບ້ານ ແລະ ຄອບຄົວ.
ໃນຕອນທ້າຍຂອງພິທີໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ຈັນທະຈອນ ດວງສຸກ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດຂອງເມືອງ ເວົ້າສະເພາະກໍ່ແມ່ນຄະນະພັກ, ພໍ່ແມ່ປະຊາຊົນພາຍໃນກຸ່ມນາງາມທີ່ຍາດມາໄດ້ ແລະ ໄດ້ປະກາດເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນຄັ້ງນີ້, ຄ່ຽງຄູ່ກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ສຶບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ, ປຸກລະດົມກໍາລັງແຮງທົ່ວປວງຊົນ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໂດຍເລິ່ມຈາກຄອບຄົວ ແລະ ຮາກຖານບ້ານ, ເຊິ່ງເປັນປັດໄຈສຳຄັນໃນການເສີມສ້າງສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ.