ສູນກາງແນວລາວສ້າງຊາດ

Lao Front For National Development

ກຸ່ມບໍລິສັດ ມາລີນີ ຈໍາກັດ ເຂົ້າຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ

ກຸ່ມບໍລິສັດ ມາລີນີ ຈໍາກັດ ນຳໂດຍທ່ານ ຄຳວົງ ໄຊປັນຍາ ຮອງປະທານ ກຸ່ມບໍລິສັດມາລີນີ ຈຳ ກັດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ, ໃນວັນທີ 06 ພະຈິກ 2020;
ໂອກາດເຂົ້າຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ ໄດ້ຮັບຟັງການບັນຍາຍກ່ຽວກັບເນື້ອໃນການຈັດວາງສະແດງຮູບພາບຢູ່ແຕ່ລະໜ້າພຽງ ເຊິ່ງໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີຜ່ານມາ (13 ສິງຫາ 1950-13 ສິງຫາ 2020) ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະຊາດ; ເປັນກຽດຕ້ອນຮັບໂດຍທ່ານ ປອ ຜິດສະໄໝ ບຸນວິໄລ ຮອງຫົວໜ້າກົມໂຄສະນາ ແລະ ນໍາພາຢ້ຽມຊົມໂດຍ ທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກປະຫວັດສາດ-ຫໍມູນເຊື້ອ ກົມໂຄສະນາສູນກາງແນວລາວສ້າງຊາດ; ພ້ອມນີ້, ຄະນະດັ່ງກ່າວ ໄດ້ຮັບຊົມສາລະຄະດີມູນເຊື້ອ 70 ປີ ແນວລາວສ້າງຊາດ ຕື່ມອີກ;
ໂອກາດນີ້, ທ່ານຮອງປະທານກຸ່ມບໍລິສັດມາລີນີ ຈຳກັດ ໄດ້ຕາງໜ້າຄະນະນຳ, ພະນັກງານ ແລະ ກຳມະກອນ ໃນຂົງເຂດບໍລິສັດມາລີນີ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ມາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ; ໃນນີ້, ໄດ້ສະແດງຄວາມຊົມເຊີຍຕໍ່ອົງການແນວລາວສ້າງຊາດ ທີ່ໄດ້ເອົາໃຈໃສ່ໃນການສ້າງຫໍມູນເຊື້ອ ເພື່ອເຮັດໃຫ້ຜູ້ເຂົ້າຢ້ຽມຊົມໄດ້ຮຽນຮູ້ປະຫວັດຄວາມເປັນມາ ແລະ ຜົນງານຂອງອົງການແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີ ຜ່ານມາ. 
info@lfnd.org.la | 021 213754 | (856-21) 453191