ກົມກວດກາ ສູນກາງແນວລາວສ້າງຊາດ ໄດ້ຮັບເຄື່ອງປຼິນເຕີຊ່ວຍເຫຼືອຈາກບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ເປັນລວມມູນຄ່າ 13 ລ້ານກີບ ພິທີ ມອບ-ຮັບໄດ້ຈັດຂຶ້ນໃນຄັ້ງວັນທີ 23 ພະຈິກ 2020 ນີ້, ທີ່ ສນຊ ໂດຍການກ່າວມອບຂອງທ່ານ ທອງຫຼ້າ ແສງວີໄຊ ກໍາມະການສູນກາງແນວລາວສ້າງຊາດ, ປະທານ ບໍລິສັດ ແສງວີໄຊ ກຣຸບ ຈໍາກັດ ກ່າວຮັບໂດຍທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ມີພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານ ສູນກາງພຸດທະສາສະໜາສໍາພັນລາວ ແຫ່ງ ສປປ ລາວ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ທັງເປັນຄະນະທີ່ປຶກສາ ແລະ ຜູ້ຮ່ວມງານວຽກງານ ຊັ້ນຄົນ-ການຈັດຕັ້ງສັງຄົມ, ວຽກງານສາສະໜາ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ທອງຫຼ້າ ແສງວີໄຊ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາ ເຄື່ອງປຼິນເຕີໃຫ້ແກ່ກົມກວດກາ, ພວກເຮົາຈະເອົາເຄື່ອງປຼິນເຕີຊຸດນີ້ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດອັນສູງສຸດ, ພ້ອມກັນນີ້, ທ່ານ ນ. ຄໍາຈັນ ພົມແສງສະຫວັນ ໄດ້ມອບໃບຍ້ອງຍໍ ສັນລະເສີນ ໃຫ້ແກ່ ທ່ານ ທອງຫຼ້າ ແສງວີໄຊ, ພຣະອາຈານ ພົງສະຫວັນ ອານຸສິນ ແລະ ທ່ານ ພັທ ນາງ ສີສະຫຼຽວ ທໍາມະເທວາ.