ສູນກາງແນວລາວສ້າງຊາດ

Lao Front For National Development

ກົມກວດກາ ແລະ ກົມຈັດຕັ້ງ ສນຊ ຢ້ຽມຊົມຫໍມູນເຊື້ອ ສນຊ.

ພະນັກງານກົມກວດກາ ແລະ ກົມຈັດຕັ້ງ-ພະນັກງານ ສູນກາງແນວລາວສ້າງຊາດ (ສນຊ) ຢ້ຽມຊົມຫໍມູນເຊື້ອ (ສນຊ) ນໍາໂດຍທ່ານ ນ. ສີພະຈັນ ນັນທະວົງສາ ຄະນະປະຈໍາ, ຫົວໜ້າກົມກວດກາພ້ອມດ້ວຍຄະນະ, ມີທ່ານ ຄໍາຢາດ ລາດສະດາວົງ ຫົວໜ້າກົມ ຈັດຕັ້ງ-ພະນັກງານ ສນຊ ມີພະນັກງານທີ່ກ່ຽວຂ້ອງຮ່ວມ ໃນວັນທີ 25 ສິງຫາ 2020 ນີ້.

ໃນໂອກາດນີ້, ຄະນະໄດ້ ທ່ຽວຊົມຫໍມູນເຊື້ອ ແນວລາວສ້າງຊາດ ໄດ້ຮັບຟັງການບັນລະຍາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແລະ ຜົນງານຂອງ ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ປະຈຸບັນ. ຕະຫຼອດໄລຍະ 70 ປີ ຜ່ານມາ ທີ່ຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນກຽດຕ້ອນຮັບຂອງທ່ານ ຈິດຕະພົງ ໂພທີລັກ ຫົວໜ້າພະແນກປະຫວັດສາດ-ຫໍມູນເຊື້ອ ກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191