ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ (13 ສິງຫາ 1950 – 13 ສິງຫາ 2021) ທ່ານ ພັນໂທ ເພັດ ຍາວົງ ຮອງຫົວໜ້າກົມປ້ອງກັນພາຍໃນ (200) ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ນຳເອົາກະຕ໋າ ຂອງຂວັນອວຍພອນການນຳສູນກາງແນວລາວສ້າງຊາດ ເປັນກຽດຕ້ອນຮັບໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໃນເມື່ອບໍ່ດົນມານີ້ ທີ່ສູນກາງແນວລາວສ້າງຊາດ.
ທ່ານ ຮອງຫົວໜ້າກົມປ້ອງກັນພາຍໃນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນຍີ່ງໃຫຍ່ ຂອງແນວລາວສ້າງຊາດຕະຫຼອດໄລຍະ 71 ປີຜ່ານມາທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະກໍ່ຄືການປຸກລະດົມເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ເຊິ່ງອົງການແນວລາວສ້າງຊາດຍາມໃດກໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີນຳພາປະຊາຊົນລາວບັນດາເຜົ່າປະຕິບັດສອງໜ້າຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.
ທ່ານຮອງປະທານສູນກາງແນວສ້າງຊາດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ກົມປ້ອງກັນພາຍໃນ (200) ທີ່ໄດ້ນໍາເອົາກະຕ່າຂອງຂວັນມາອວຍພອນ ຄະນະປ້ອງກັນສໍານັກງານສູນກາງແນວລາວສ້າງຊາດ ໃນຕະຫຼອດໄລຍະຜ່ານພວກເຮົາໄດ້ຮ່ວມກັນເຮັດວຽກ ປ້ອງກັນພາຍໃນສໍານັກງານ ໂດຍສະເພາະແມ່ນຮ່ວມມືວຽກງານເວນຍາມສໍານັກງານ, ວຽກງານປ້ອງກັນຄວາມສະຫງົບພາຍໃນ ແລະ ຈະສືບຕໍ່ຮ່ວມມືໃນຕໍ່ໜ້າ ແລະ ຍາວນານ.