ໃນວັນທີ 17 ສິງຫາ 2021 ນີ້, ທ່ານ ຄະນອງລິດ ສີສົມບູນ ຄະນະປະຈຳ, ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມພຣະສົງ ແລະ ປະຊາຊົນ ຢູ່ວັດພຣະທັມເທບພະວົງ ບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ມີພະນັກງານຕາງໜ້າແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ແນວລາວສ້າງຊາດເມືອງ, ຫ້ອງການພາຍໃນເມືອງ ພ້ອມດ້ວຍອົງການປົກຄອງບ້ານ ແລະ ພຣະສົງ-ສຳມະເນນ ຂອງບ້ານ ແລະ ວັດດັ່ງກ່າວ ເຂົ້າຮ່ວມ.
ທ່ານ ອຸດອນ ວົງພັກດີ ເລຂາພັກບ້ານນາຍບ້ານໆຊຽງແລນາ ໄດ້ລາຍງານສະພາບລວມການເຄື່ອນໄຫວຂອງບ້ານໂດຍຫຍໍ້ ປັດຈຸບັນບ້ານດັ່ງກ່າວມີວັດ 3 ແຫ່ງຄື: ວັດພະທາດໂພໄຊມຸງຄຸນ, ວັດພູກະດີ ແລະ ວັດພຣະທັມເທບພະວົງ ແລະ ປະຫວັດຄວາມເປັນມາຂອງວັດພຣະທັມເທບພະວົງ ຊິ່ງໄດ້ສ້າງຕັ້ງຂຶ້ນໃນວັນທີ 30/7/2009 ເລກທີ 1202 ໂດຍແມ່ນຍ່າພໍ່ ສຸວັນຄໍາ ຈັນທະສາໂລ ເປັນເຈົ້າອະທິການວັດ ແລະ ໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານຂອງພຣະສົງ-ສຳມະເນນ ພາຍໃນວັດດັ່ງກ່າວ ໂດຍຫຍໍ້ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະ ຂໍ້ຄົງຄ້າງ. ພ້ອມກັນນີ້, ແນວລາວສ້າງຊາດ ແຕ່ລະຂັ້ນ ແລະ ພຣະສົງ ກໍໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ.
ໃນໂອກາດນີ້, ພຣະອາຈານ ວັນຄໍາ ວົງສາສຸລິນ ຮອງເຈົ້າຄະນະ ອພສ ນະຄອນຫຼວງ ໄດ້ໃຫ້ຮູ້ວ່າ: ການສ້າງວັດ, ການປະຕິບັດທໍາ ແລະ ການເຄື່ອນໄຫວຂອງພຣະສົງໃຫ້ສອດຄ່ອງກັບ ທໍາມະນູນສົງ ແລະ ດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ, ພຣະສົງມາຢູ່ນໍາກັນຫຼາຍອົງໃຫ້ເກັບກໍາສະຖິຕິ, ໃຫ້ມີປື້ມສໍາມະໂນພຣະສົງ ຫຼື ປື້ມສົມທິຂອງພຣະສົງແທນກັບບັດປະຈໍາຕົວ, ການຄຸ້ມຄອງນັກບວດການຍົກຍ້າຍໄປມາໃຫ້ຖືກຕ້ອງຕາມລະບຽບຂອງສົງ ແລະ ໃຫ້ມີໃບອະນຸຍາດບວດ ການໄປມາດ້ວຍຄວາມເຄົາລົບນັບຖື, ດ້ວຍຄວາມເບິ່ງແຍງ ແລະ ມີຄວາມພາກພູມໃຈດີໃຈຫຼາຍທີ່ເຫັນຍ່າປູ່ສ້າງສາວັດແຫ່ງນີ້ດ້ວຍຄວາມເມດຕາ, ຊົມເຊີຍຕໍ່ການຈັດຕັ້ງທີ່ໄດ້ສັດທາຊ່ວຍເຫຼືອອຸປະຖໍາ ຄໍ້າຊູ.
ທ່ານ ຄະນອງລິດ ສີສົມບູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງບ້ານ, ພຣະສົງ ແລະ ປະຊາຊົນພາຍໃນບ້ານ ທີ່ມີຄວາມສາມັກຄີເປັນປຶກແຜ່ນຮ່ວມຈິດຮ່ວມໃຈໃນການສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນເອງໃຫ້ຈະເລີນກ້າວໜ້າ, ວັດ ແລະ ບ້ານ ເໜືອນກັບ ປາ ແລະ ນໍ້າ ທີ່ຂາດກັນບໍ່ໄດ້ ວັດຈະຢູ່ໄດ້ກໍ່ຍ້ອນບ້ານ ດັ່ງນັ້ນ, ວັດຈະເຮັດຫຍັງກໍ່ຕ້ອງປຶກສາຫາກັບການຈັດຕັ້ງບ້ານໆມີຫຍັງກໍ່ພົວພັນກັບວັດເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນອກຈາກນັ້ນ, ທ່ານໄດ້ໃຫ້ຮູ້ວ່າ: ການສ້າງວັດ, ການປະຕິບັດທໍາ ແລະ ການເຄື່ອນໄຫວວຽກງານສາສະໜາໃນປັດຈຸບັນແມ່ນໃຫ້ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບ ທໍາມະນູນສົງ ຂອງລາວ ແລະ ດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເພື່ອເຮັດໃຫ້ນັກບວດ, ນັກສອນສາສະໜາ, ສາສະນິກະຊົນ ແລະ ການຈັດຕັ້ງສາສະໜາ ໃຫ້ຖຶກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫຼັກທໍາ ຄໍາສັ່ງສອນ, ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທໍາອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກຄີກົມກຽວ ລະຫວ່າງ ບຸກຄົນເຊື່ອຖືສາສະໜາຕ່າງໆ ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.