ສູນກາງແນວລາວສ້າງຊາດ

Lao Front For National Development

ກົມໂຄສະນາ ສນຊ ມອບເຄື່ອງອຸປະກອນໃຫ້ຫໍມຸນເຊື້ອເມືອງວຽງໄຊ ແຂວງ ຫົວພັນ

ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ມອບເຄື່ອງອຸປະກອນຮັບໃຊ້ ແລະ ຊ່ວຍປັບປຸ່ງການວາງສະແດງວຽກງານຫໍມູນເຊື້ອໃຫ້ແນວລາວສ້າງຊາດເມືອງວຽງໄຊ ແຂວງຫົວພັນ, ເພື່ອເປັນການຍົກລະດັບການວາງສະແດງຮູບພາບ ແລະ ວັດຖຸພັນຢູ່ຫໍມູນເຊື້ອ ໃຫ້ມີຄວາມສະດວກ ແລະ ທັນສະໄໝຂຶ້ນ.
ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ຫ້ອງການແນວລາວສ້າງຊາດ ເມືອງວຽງໄຊ  ໂດຍການກ່າວມອບຂອງທ່ານ ປອ. ພິດສະໄໝ ບຸນວິໄລ ຮອງຫົວໜ້າກົມໂຄສະນາ ສນຊ ແລະ  ກ່າວຮັບ ໂດຍ ທ່ານ ອອນ ແພງພູວັນ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຄອມພິວເຕີ ຈຳນວນ 1 ຊຸດ, ໂປເຈັກເຕີ 1 ຊຸດ, ໂທລະພາບ 1 ໜ່ວຍ, ລວມເປັນມູນຄ່າ 20 ກວ່າລ້ານກີບ.
ທ່ານ ອອນ ແພງພູວັນ ປະທານແນວລາວສ້າງຊາດເມືອງວຽງໄຊ ໄດ້ກ້າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງອຸປະກອນດັ່ງກ່າວນຳມາໃຫ້ແນວລາວສ້າງຊາດເມືອງວຽງໄຊໃນຄັ້ງນີ້, ພວກເຮົາຈະນໍາເອົາເຄື່ອງເຫຼົ່ານີ້ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

 

 

 

 

 

info@lfnd.org.la | 021 213754 | (856-21) 453191