ສູນກາງແນວລາວສ້າງຊາດ

Lao Front For National Development

ກໍາມະການກົມການເມືອງລົງເຄື່ອນໄຫວຢ້ຽມຢາມ ໂຄງການຜະລິດເປັນສິນຄ້າ ຕິດພັນກັບການທ່ອງທ່ຽວແຂວງສະຫວັນນະເຂດ.

ວັນທີ 19 ກັນຍາ 2020 ຜ່ານມານີ້, ຄະນະຮັບຜິດຊອບໂຄງການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການທ່ອງທ່ຽວແຂວງ, ເມືອງ, ບ້ານ ແລະ ກອງທືນ ບ້ານສາມັກຄີ ແນວລາວສ້າງຊາດ. ບ້ານດົ່ງຄໍາໜື່ນ ເມືອງຈໍາພອນ ແຂວງ ສະຫວັນນະເຂດ. ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ, ໂດຍມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ເຈົ້າເມືອງ, ພະແນກການ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.


ທ່ານ ຄໍາລຸຍ ຍາດຕິວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ຈໍາພອນ ໄດ້ຂຶ້ນລາຍງານ: ປະຈຸບັນກອງທືນສາມັກຄີແນວລາວສ້າງຊາດມີທັງໝົດ 12 ບ້ານໃນ 5 ຕົວເມືອງ ສະເພາະບ້ານດົງຄໍາໝື່ນ ເມືອງຈໍາພອນ ແມ່ນໄດ້ຮັບທືນກໍ່ສ້າງແລ້ວ 3,65 ຕື້ກີບ ໃນເບື້ອງຕົ້ນໃຫ້ກອງທືນນໍາໄປພັດທະນາພື້ນຖານໂຄງລ່າງສ້າງຫ້ອງການກອງທືນ, ສ້າງສາງເກັບເຂົ້າ ເຮືອນຮົ່ມປູກໝາກໄມ້ 6 ຫຼັງ, ໂຮງປຸກເຫັດພ້ອມການປຸກ, ແນວພັນໝາກມັງກອນ, ຕິດຕັ້ງໄຟຟ້າ, ນໍ້າບຳດານ, ລົດໄຖນາ, ລົດກ່ຽວເຂົ້າ ລົດດໍານາ ລວມມູນຄ່າທັງໝົດ 3,64 ຕື້.
ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ໄດ້ເກັບກຸ້ຜະລິດຕະພັນຈາກການຂາຍຜົນຜະລິດໄດ້ທັງໝົດ 289 ລ້ານກວ່າກີບ ເຖິງແມ່ນວ່າໃນເບື້ອງຕົ້ນການຈັດຕັ້ງປະຕິບັດໂຄງການຜົນໄດ້ຮັບ ຍັງມີໜ້ອຍ,ແຕ່ມັນກໍເປັນບົດຮຽນອັນລໍ້າຄ່າໃນການຊີ້ນໍາຂອງຂັ້ນເທິງຍາມໃດກໍເປັນຫວ່ງເປັນໃຍເຖິງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັ້ນກໍແມ່ນການປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ການພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ຂອງລັດຖະບານ ວາງອອກໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້.
ທາງໂຄງການຈະສືບຕໍ່ສຸມທຸກສະຕິປັນຍາດ ເຮື່ອແຮງ ເພີ່ອພັດທະນາໂຄງການໃຫ້ຈະເລີນເຕີບໂຕໄປເປັນກ້າວໆ. ຈາກນັ້ນ ທ່ານປະທານ ສນຊ ໄດ້ມີຄໍາເຫັນ ແລະ ຄໍາແນະນໍາວ່າ: ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມສ້າງຄວາມສາມັກຄີພາຍໃນກອງທືນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມສາມັກຄີເປັນປຶກແຜ່ນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການໃຫ້ດີ.
ສືບຕໍ່ໃນການປຸກໝາກໄມ້ກິນໝາກໃຫ້ໄດ້ຫຼາຍຂຶ້ນ , ຕ້ອງເປີດຊຸດອົບຮົມໃນການປຸກເຫັດ, ເອົາໃຈໃສ່ບຸກເບີກເນື້ອທີ່ນາໄຮ່ໃຫຍ່ຂອງປະຊາຊົນໃຫ້ໄດ້ຫຼາຍຂຶ້ນ, ຊອກຫານັກວິຊາການທີ່ມີຄວາມຮູ້ ຄວາມສຳນີ້ສຳນານເພີ່ມມາຊ່ວຍໂຄງການໃຫ້ໄດ້ຫຼາຍຂຶ້ນຕື່ມອິກ.

info@lfnd.org.la | 021 213754 | (856-21) 453191