ສູນກາງແນວລາວສ້າງຊາດ

Lao Front For National Development

ຂະບວນການບໍລິຈາກເລືອດ ເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ

ສູນກາງແນວລາວສ້າງຊາດ ຂໍເຊີນຊວນອົງການຈັດຕັ້ງພັກ-ລັດ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມ, ມູນນິທິ ພ້ອມດ້ວຍພໍ່ແມ່ປະຊາຊົນລາວບັນດາເຜົ່າ ອ້ອມຂ້າງນະຄອນຫລວງວຽງຈັນ ເຂົ້າຮ່ວມຂະບວນການບໍລິຈາກເລືອດ ເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ(13 ສິງຫາ 1950-13 ສິງຫາ 2023) ພາຍໃຕ້ຫົວຂໍ້ “ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ” ທີ່ຈັດຂຶ້ນຢູ່ສູນກາງແນວລາວສ້າງຊາດ ໃນວັນທີ 18 ສິງຫາ 2023.
ໂທພົວພັນ: 020 59961596
info@lfnd.org.la | 021 213754 | (856-21) 453191