ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະກຳມະການປ້ອງກັນການປະຕິວັດກູບາ ເຂົ້າພົບປະຢ້ຽມຢາມຄະນະນຳຂັ້ນສູງ ຂອງ ສປປ ລາວ

     ເນື່ອງໃນໂອກາດ ທີ່ທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 21-29 ພຶດສະນາ 2023 ນີ້ ຕາມການເຊີນ ຂອງທ່ານ ປະທານສູນກາງແນວລາວສ້າງຊາດ.
     ໃນວັນທີ 25 ພຶດສະພາ 2023 ນີ້ ທ່ານປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ; ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ອະນຸພາບ ຕຸລາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
info@lfnd.org.la | 021 213754 | (856-21) 453191