ທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳຂອງແຂວງ ໃນວັນທີ 23 ພຶດສະພາ 2023, ທີ່ຫ້ອງວ່າການປົກຄອງ ແຂວງຈຳປາສັກ;
ທ່ານເຈົ້າແຂວງແຂວງຈຳປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະກຳມະ ການປ້ອງກັນການປະຕິວັດກູບາ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ພ້ອມທັງໄດ້ລາຍງານການພັດທະນາພື້ນຖານໂຄ່ງລ່າງ ຂອງແຂວງໂດຍຫຍໍ້ໃຫ້ຄະນະໄດ້ຮັບຊາບ; ທ່ານປະທານຄະນະກຳມະການປ້ອງກັນການປະຕິວັດກູບາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ວິໄລວົງ ບຸດດາຄຳ ທີ່ໄດ້ຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ;
ໃນວັນດຽວກັນ, ຄະນະກຳມະການປ້ອງກັນການປະຕິວັດກູບາ ໄດ້ພົບປະກັບຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ ນຳໂດຍ ທ່ານ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ ປະທານຄະນະກຳມະການແນວລາວສ້າງຊາດ ແຂວງຈຳປາສັກ; ທັງສອງຝ່າຍໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຮັບຊາບ; ພ້ອມທັງໄດ້ແລກປ່ຽນບົດຮຽນ ກ່ຽວກັບວຽກງານການເຕົ້າໂຮມຄວາມສາມັກຄີປອງດອງ, ການປູກຈິດສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ ແລະ ມີນ້ຳໃຈເສຍສະຫຼະ; ໃນນີ້, ໄດ້ປຶກສາຫາລືກ່ຽວກັບທິດທາງແຜນການ ໃນການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງ ແຂວງຈຳປາສັກ ກັບແຂວງ Villa Clara ເປັນ ຕົ້ນແມ່ນວຽກງານແນວໂຮມ, ວຽກງານສາທາລະນະສຸກ ແລະວຽກງານສຶກສາ; ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຢາມສວນພັກທັນສະໄໝ AGRO VEGE FARM ແລະ ຢ້ຽມຢາມສວນກາເຟດາວເຮືອງ ຢູ່ເມືອງປາກຊ່ອງ ຕື່ມອີກ.
ບກ: ຈິດຕະພົງ
ຂ່າວ+ພາບ: ສຸກສໍາລານ+ເຢ້ຢາ