ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳຢູ່ຕ່າງປະເທດ​ ໄດ້ເດີນທາງຢ້ຽມຢາມດ່ານສາກົນບໍ່ເຕ່ນ

ພາຍຫຼັງສຳເລັດກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ​ 2 ສະໄໝທີ​XI.​ ຄະນະກຳມະການສູນກາງແນວລາວສ້າງຊາດປະຈຳຢູ່ຕ່າງປະເທດ​ ໄດ້ເດີນທາງຢ້ຽມຢາມດ່ານສາກົນບໍ່ເຕ່ນ ເມືອງຫລາ ແຂວງຫຼວງນໍ້າທາດ້ວຍຂະບວນລົດໄຟ EMU ນໍາໂດຍທ່ານຈູມຄຳ ຫຼວງວັນ ກຳມະການສູນກາງແນວລາວສ້າງຊາດ, ປະທານສໍາພັນຄົນລາວ​ ທີ່ປະເທດຝຣັ່ງ ພ້ອມດ້ວຍຄະນະ ຕິດຕາມຄະນະໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສີພອນ ກອງຈຳປາ ກຳມະການພັກແຂວງ ຫົວໜ້າເຂດພັດທະນາເສດຖະກິດບໍ່ເຕ່ນ, ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງຫຼວງນໍ້າທາ​ ໃນວັນທີ​ 13​ມັງກອນ​ 2023ນີ້.

info@lfnd.org.la | 021 213754 | (856-21) 453191