ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກໍາມະການສູນກາງແນວລາວສ້າງຊາດ ອ້ອມຂ້າງສູນກາງ, ຈາກບັນດາແຂວງທີ່ມາຮ່ວມກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI ພາຍຫຼັງສໍາເລັດກອງປະຊຸມແລ້ວຄະນະໄດ້ເດີນທາງໄປທັກສະນະສຶກສາຢ້ຽມຢາມແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທໍາມະຊາດ ຂອງແຂວງຫຼວງພະບາງ, ດ້ວຍຂະບວນລົດໄຟ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ທອງວັນ ຈັນນິລາ ກຳມະການແນວລາວສ້າງຊາດແຂວງ ໃນວັນທີ 13ມັງກອນ 2023 ນີ້.