ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນັກສຶກສາໂຮງຮຽນການເມືອງການປົກຄອງນະຄອນຫຼວງວຽງຈັນ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ຄະນະນັກສຶກສາໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ເຊິ່ງນຳໂດຍ ທ່ານ ສົມສັກ ສຸກກະເສີມ ຮອງຫົວໜ້າຂະແໜງຄຸ້ມຄອງການຮຽນການສອນ ພ້ອມດ້ວຍນັກສຶກສາຫ້ອງຮຽນລະບົບບຳລຸງ 45 ວັນ ທະນາຄານແຫ່ງ ສປປ ລາວ ຊຸດທີ IX ຈຳນວນ 48 ທ່ານ, ຍິງ 16 ທ່ານ ໄດ້ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດວັນທີ 6 ສິງຫາ 2021 ນີ້.
      ຈຸດປະສົງໃນການມາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປັດຈຸບັນ, ເຊິ່ງຄະນະຮັບໄດ້ຟັງການບັນລະຍາຍຮູບພາບຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະໄລຍະໂດຍ ທ່ານ ນາງ ວັນນາ ແກ້ວອຸດົມ ວິຊາການພະແນກຫໍມູນເຊື້ອ ແລະ ຍັງໄດ້ຮັບຊົມສາລະຄະດີມູນເຊື້ອ 70 ປີ. ຈາກນັ້ນ ພະນັກງານຫໍມູນເຊື້ອໄດ້ຈັດກິດຈະກຳຖາມ-ຕອບໃຫ້ບັນດາທ່ານນັກສຶກສາໄດ້ຕອບ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນສ້າງຕັ້ງແນວລາວສ້າງຊາດຄົບຮອບ 71 ປີ (13 ສິງຫາ 1950-13 ສິງຫາ 2021), ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ແລະ ວັນຍຶດອຳນາດທົ່ວປະເທດ ຄົບຮອບ 46 ປີ (23 ສິງຫາ 1975-23 ສິງຫາ 2021) ແລະ ເພື່ອເຮັດໃຫ້ການຢ້ຽມຊົມໃນຄັ້ງນີ້ ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ.
        ໂອກາດດັ່ງກ່າວ ທ່ານ ສົມສັກ ສຸກກະເສີມ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈມາຍັງພະນັກງານຫໍມູນເຊື້ອແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜອງຂໍ້ມູນຕ່າງໆກ່ຽວກັບວຽກງານແນວລາວສ້າງຊາດໃຫ້ໄດ້ຮັບຟັງ ແລະ ຮັບຊົມ.
info@lfnd.org.la | 021 213754 | (856-21) 453191