ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020) ຢູ່ທີສະຖານທູດຫວຽດນາມ ປະຈຳ ສປປ ລາວ ໃນວັນທີ 1 ກັນຍາ 2020.
ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດໄລຍະ 75 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ທີ່ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ ຫວຽດນາມ. ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.
ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳສູນກາງແນວລາວສ້າງຊາດ ທີ່ໄດ້ເຂົ້າອວຍພອນວັນຊາດ ຂອງ ສສ ຫວຽດນາມ ໃນຄັ້ງນີ້.