ວັນທີ 25 ພຶດສະພາ 2021 ນີ້, ຄະນະນຳ ຈາກກະຊວງ-ອົງການ, ຄອບຄົວການນຳພັກ-ລັດ, ສະມາຄົມ, ມູນນິທິ ພ້ອມດ້ວຍຍາດຕິພີ່ນ້ອງ ໄດ້ເຂົ້າຮ່ວມວາງພວງມາລາ ເພື່ອຈາລຶກຄຸນງາມຄວາມດີ ແລະ ໄຫວ້ອາໄລ ຕໍ່ການຈາກໄປ ຂອງທ່ານ ຄຳຫຼ້າ ລິ້ງນະສອນ ອາດີດເຈົ້າແຂວງອຸດົມໄຊ, ອາດີດຮອງປະທານສູນກາງແນວລາວສ້າງຊາດ ທີ່ໄດ້ມໍລະນະກຳ ໃນວັນທີ 24 ພຶດສະພາ 2021 ທີ່ຜ່ານມາ.