ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນຳ ສນຊ ພ້ອມດ້ວຍຄະນະນຳອົງການພາຄີ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ໄປວາງພວງມາລາ ຢູ່ອະນຸສອນນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ຄະນະນຳສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳອົງການພາຄີ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ນຳໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໄປວາງພວງມາລາ ຢູ່ອະນຸສອນນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນວັນທີ 21 ມີນາ 2021.

 

info@lfnd.org.la | 021 213754 | (856-21) 453191