ວັນທີ 26 ກັນຍາ 2018 ນີ້, ທີ່ສະຖານທູດຫວຽດນາມ ປະຈຳຢູ່ ສປປ ລາວ, ຄະນະນຳ ສູນກາງແນວລາວສ້າງຊາດ(ສນຊ) ນໍາໂດຍ ສະຫາຍ ຄຳຫຼ້າ ລິ້ງນະສອນ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ
ໄດ້ເຂົ້າວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ 2018 ຜ່ານມານີ້.
ສະຫາຍ ເຈິ່ນ ດ໋າຍ ກວາງ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.