ຄະນະນໍາ ສນຊ ນຳໂດຍ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ, ປະທານ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ນ. ຈິງຖິເຕີມ ອຸປະທູດ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 3/2/1930-3/2/2021) ໃນວັນທີ 3 ກຸມພາ 2021 ນີ້ ທີ່ສະຖານທູດ.
ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIII ພັກກອມມູນິດຫວຽດນາມ ພ້ອມກັນນີ້, ຢູ່ ສປປ ລາວ ກໍ່ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກະກຽມສຸມໃສ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II; ສໍາລັບຂົງເຂດແນວລາວສ້າງຊາດແມ່ນກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແນວລາວສ້າງຊາດທົ່ວປະເທດ ເຊິ່ງຄາດວ່າຈະໄຂຂຶ້ນໃນທ້າຍເດືອນ 4 ຫຼື ຕົ້ນເດືອນ 5 ປີ 2021 ນີ້ ຈາກນັ້ນ, ທ່ານ ຮອງປະທານ ສນຊ ໄດ້ກ່າວສະແດງຄວາມອວຍພອນໄຊອັນປະເສີດຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ, ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 91 ປີທີ່ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ໃນທຸກຂົງເຂດ, ໂດຍສະເພາະແມ່ນບັນດາຜົນສຳເລັດຮອບດ້ານໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ສສ ຫວຽດນາມ ອັນໄດ້ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງພັກກອມມູນິດ ຫວຽດນາມ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານ ນ. ຈິງຖິເຕີມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະນໍາສູນກາງແນວລາວສ້າງຊາດ ແລະ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ມາອວຍພອນໃຫ້ສາຍພົວພັນ ມິດຕະພາບ ຫວຽດນາມ-ລາວ ໃຫ້ນັບມື້ນັບໜັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ແລະ ເກີດດອກອອກຜົນຕະຫຼອດໄປ.