ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ, ໃນວັນທີ 01 ມີນາ 2020 ນີ້ ທີ່ບ້ານສະພານທອງກາງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ . ຄະນະນໍາສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ວາງພວງມະລາເຖິງດວງວິນຍານຂອງ ທ່ານ ໄມສຸກ ໄຊສົມແພງ ອະດີດກຳມະການສູນກາງພັກ, ລັດຖະມົນຕີ ກະຊວງອຸດສະຫະກຳ, ການຄ້າ, ປ່າໄມ້, ຫັດຖະກຳ; ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຫ້ອງການສະພາລັດຖະມົນຕີ; ປະທານສູນກາງແນວລາວສ້າງຊາດ ທີ່ໄດ້ມໍລະນະກຳໃນວັນເສົາ, ວັນທີ 29 ກຸມພາ 2020 ດ້ວຍໂລກສະລາ ລວມອາຍຸ 95 ປີ.
