ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຄະນະພັກ, ຄະນະປະຈຳສູນກາງແນວລາວສ້າງຊາດ, ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງຮຽນ ມສ. ລ້ອງຊານ ເມືອງລ້ອງຊານ ແຂວງ ໄຊສົມບຸນ ໃນວັນທີ່ 21 ເມສາ 2017 ນີ້ໂດຍການຕ້ອນຮັບຂອງທ່ານ ສົມເດັດ ສຸກຂະເສີມ ຮອງຫົວໜ້າອຳນວຍການໂຮງຮຽນ ພ້ອມດ້ວຍບັນດາຄູອາຈານ ແລະ ນັກຮຽນ.
ໂອກາດດັ່ງກ່າວ ທ່ານຮອງຫົວໜ້າອຳນວຍການໂຮງຮຽນ ໄດ້ລາຍງານສະພາບລວມຂອງໂຮງຮຽນວ່າ: ໂຮງຮຽນດັ່ງກ່າວແມ່ນສ້າງຕັ້ງຂື້ນໃນປີ 1976, ຊິ່ງແມ່ນໂຮງຮຽນມັດທະຍົມແຫ່ງທຳອິດຂອງເມືອງຮົ່ມວິລະຊົນໃນເມື່ອກ່ອນກໍ່ຄືເມືອງລ້ອງຊານປະຈຸບັນ, ມສ ລ້ອງຊານມີອາຄານ 8 ຫຼັງ ໃນນີ້ມີຫ້ອງຮຽນ 38 ຫ້ອງ, ຫ້ອງຄະນະຄູອາຈານ 7 ຫ້ອງ, ຫ້ອງຄອມພິວເຕີ 2 ຫ້ອງ ລວມເປັນ 47 ຫ້ອງ ແລະ ມີນັກຮຽນ 2,060 ຄົນ, ອາຈານ 76 ຄົນ, ມີແຕ່ຊັ້ນ ມ1-ມ7; ໂດຍມີລູກຫຼານຂອງຫຼາຍຊົນເຜົ່າມາຮຽນຮ່ວມ ກັນເປັນຕົ້ນ ເຜົ່າມົ້ງ, ເຜົ່າລາວ, ເຜົ່າກືມມຸ, ອິວມ້ຽນ ແລະ ເຜົ່າອື່ນໆ; ເຖິງວ່າຈະມີລູກຫຼານຫຼາຍຊົນເຜົ່າກໍ່ຕາມແຕ່ພາຍໃນໂຮງ ຮຽນກໍ່ມີຄວາມສາມັກຄີຮັກແພງກັນ, ເປັນຈິດໜື່ງໃຈດຽວເໝືອນລູກທີ່ເກີດຮ່ວມອຸທອນດຽວກັນ ດັ່ງຄຳສຸພະສິດທີ່ວ່າ: ເຊືອກຫຼາຍເສັ້ນຈື່ງດີ ດອກໄມ້ຫຼາຍສີຈື່ງງາມ. ທ່ານຮອງອຳນວຍການໂຮງຮຽນຍັງໄດ້ໃຫ້ຮູ້ຕື່ມອິກວ່າ ທັງໂຮງຮຽນນອກຈາກເອົາໃຈໃສ່ວຽກງານການຮຽນ-ຫານສອນແລ້ວ ຄູອາຈານ ແລະ ນັກຮຽນຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ລະ ດັບຊາດເຊັ່ນ: ຂະບວນການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ. ແຕ່ເຖິງຢ່າງໃດກໍ່ຕາມປະຈຸບັນທາງໂຮງຮຽນຍັງມີຄວາມຫຍຸ້ງຍາກເຊັ່ນ: ສິ່ງອຳນວຍຄວາມສະດວກການສອນ-ການຮຽນຍັງມີລັກສະນະຈຳກັດ ຕົ້ນຕໍແມ່ນຂາດຫ້ອງທົດລອງ, ຫ້ອງສະ ໝຸດ ແລະ ສະໂມສອນໃຫຍ່.
ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄູອາຈານ ແລະ ນັກຮຽນກໍ່ຄືໂຮງຮຽນ ມສ ລ້ອງຊານ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເໜັ້ນບາງບັນຫາສຳຄັນວ່າ: ຄະນະອຳນວຍການໂຮງຮຽນ ຕ້ອງເພີ່ມທະວີຄວາມສາມັກຄີຂອງຄູອາຈານ ແລະ ນັກຮຽນ ໃຫ້ນັບມື້ນັບແໜ້ນແຟ້ນ, ເອົາໃຈໃສ່ກ່ຽວກັບຄຸນນະພາບຂອງການຮຽນ-ການສອນ; ໃນນັ້ນໃຫ້ຍົກລະດັບການສອນຂອງຄູອາຈານຂື້ນຕື່ມ, ສ້າງນັກຮຽນເກັ່ງ, ນັກຮຽນພອນສະຫວັນ ເພື່ອສົ່ງເຂົ້າແຂ່ງຂັນລະດັບແຂວງ-ລະດັບຊາດໃນແຕ່ລະປີ. ສ່ວນນັກຮຽນກໍ່ໃຫ້ຕັ້ງເປົ້າໝາຍຊີວິດ ແລະ ສ້າງອະນາຄົດຂອງຕົນເອງດ້ວຍການຮ່ຳຮຽນ. ນອກຈາກນີ້ທ່ານຫົວໜ້າກົມໂຄສະນາ-ອົບຮົມ ຍັງໄດ້ກ່າວອິກວ່າຖ້າເງື່ອນໄຂພໍມີແມ່ນຢາກໃຫ້ໂຮງຮຽນສ້າງກອງທຶນພັດທະນາການຮຽນ-ການສອນຂອງໂຮງຮຽນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ.
ຫຼັງຈາກນັ້ນ, ທ່ານກໍ່ໄດ້ມອບເຄື່ອງຮັບໃຊ້ຫ້ອງການ ແລະ ເຄື່ອງກິລາຈໍານວນໜຶ່ງລວມເປັນມຸນຄ່າ 5,500,000 ກີບໃຫ້ແກ່ໂຮງ ຮຽນ; ທ່ານ ປອ ສົມສີ ໄຊຫວ່າງຈັ້ງ ອາດິດຫົວໜ້າການ ສນຊ ກໍ່ໄດ້ມອບປື້ມຂຽນຈໍານວນ 500 ຫົວ ລວມເປັນມຸນຄ່າ 2,000,000 ກວ່າກີບ ໃຫ້ແກ່ໂຮງຮຽນເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ລວມມູນຄ່າທັງໝົດ 7 ລ້ານກວ່າກີບ. ນອກຈາກນັ້ນ ຄະນະຊາວໜຸ່ມ ສນຊ ສົມທົບ ມສ ລ້ອງຊານ ຈັດຕັ້ງການແຂ່ງຂັນກິລາເປຕັງ, ເຕະບານ ແລະ ແລກປ່ຽນສິລະປະ-ວັນນະຄະດີນໍາກັນ.