ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດເຂົ້າຢ້ຽມຂໍ່ານັບສຸສານປະທານ ໂຮ່ ຈິ ມິນ

     ໃນຕອນເຊົ້າ ວັນທີ 14 ພະຈິກ 2023, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດເຂົ້າຢ້ຽມຂໍ່ານັບສຸສານປະທານ ໂຮ່ ຈິ ມິນ ນໍາໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງສູນກາງແນວສ້າງຊາດ, ທ່ານ ຈຽວ ຕ໋າຍ ວິງ ຮອງຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະໂດຍການຕ້ອນຮັບຂອງ ທ່ານ ພົ/ວ ດິງ ກວກ ຮຸ່ງ ເລຂາຄະນະພັກກອງ 969 ຫົວໜ້າການເມືອງກອງບັນຊາການປົກປ້ອງ ສຸສານປະທານ ໂຮ່ ຈິ ມິນ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກອງບັນຊາການປົກປ້ອງກັນສຸສານ.
     ທ່ານ ພົ/ວ ດິງ ກວກ ຮຸ່ງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້, ຄຸນງາມຄວາມດີຂອງປະທານ ໂຮ່ ຈິ ມິນ, ຄວາມສາມັກຄີແບບພິເສດ ຂອງສອງປະເທດກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນີ້ຍັງໄດ້ຊົມສາລະຄະດີວິນາທີສຸດທ້າຍຂອງປະທານ ໂຮ່ ຈິ ມິນ ແລະ ຄະນະນຳຂອງສຸສານໂຮ່ຈິມິນ ໄດ້ມອບຫຼຽນກາລະນຶກຂອງປະທານ ໂຮ່ ຈິ ມິນໃຫ້ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດຕື່ມອີກ. ໂອກາດນີ້ ທ່ານ ນາງ ອິນລາວັນ ໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ຍົກໃຫ້ເຫັນຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ໄດ້ຮັບການເຊີດຊູ ແລະ ຖະນຸຖະໜອມຈາກການນຳຮຸ່ນຕໍ່ຮຸ່ນໜຶ່ງຢ່າງມີປະສິດທິພາບ ບໍ່ເຄີຍຖີ້ມກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາຕະຫຼອດ. ເຖິງທ່ານຈະຈາກພວກເຮົາໄປແຕ່ຜົນງານ ອຸດົມການຂອງທ່ານ ພ້ອມດ້ວຍການນໍາຂອງ ພັກ-ລັດຖະບານລາວ ຮຸ່ນກໍຕັ້ງກໍຄືທ່ານ ປະທານ ໄກສອນ ພົມວິຫານ, ທ່ານ ປະທານ ສຸພານຸວົງ ແລະ ທ່ານຜູ້ນໍາອື່ນໆ ຍັງຝັງເລິກຢູ່ໃນດວງໃຈຂອງພວກລູກຫຼານຕະຫຼອດໄປ. ຈາກນັ້ນ ຄະນະຜູແທນຍັງໄດ້ເຂົ້າວາງພວງມະລາ ເພື່ອໄວ້ອາໄລເຖິງປະທານ ໂຮ່ ຈິ ມິນ ເພື່ອສະແດງຄຸນງາມຄວາມດີ ແລະ ຜົນງານການນໍາພາອັນຍິ່ງໃຫຍ່ ຂອງປະທານໂຮ່ຈິມິນ.
ບກ: ສື້ເຊັ້ງ
ຂ່າວ+ພາບ: ຄໍາຜາຍ
 
info@lfnd.org.la | 021 213754 | (856-21) 453191