ເພື່ອເປັນການຈາລຶກເຖິງຄຸນງາມຄວາມດີຂອງ ປະທານໄກສອນ ພົມວິຫານ ຜູ້ນຳທີແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະເລືອດເນື້ອ, ອຸທິດໃຫ້ແກ່ປະເທຊາດ ແລະ ປະຊາ ຊົນລາວບັນດາຊົນເຜົ່າ; ດັ່ງນັ້ນ, ໃນວາລະການກະກຽມກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ແນວລາວສ້າງຊາດ ແຂວງຫົວພັນ ຄະນະຜູ້ແທນກອງປະຊຸມດັ່ງກ່າວ ໄດ້ວາງກະຕ່າດອກໄມ້ຢູ່ ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ຢູ່ດ້ານໜ້າສະໂມສອນໃຫຍ່ແຂວງ ຊຶ່ງນຳໂດຍທ່ານ ຄຳຜິວ ວົງສະຫວັນ ປະທານແນວລາວສ້າງຊາດ ແຂວງຫົວພັນ; ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນ ຕອນແລງວັນ ທີ 29 ທັນວາ 2020;
