ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກກັບສູນກາງສະມາຄົມຊາວກະສິກອນຫວຽດນາມ. ໃນວັນທີ 15 ພະຈິກ 2023 ນີ້, ໂດຍການຕ້ອນຮັບ ຂອງ ທ່ານ ເລື່ອງ ກວັກ ດວານ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານສະມາຄົມຊາວກະສິກອນຫວຽດນາມ, ທ່ານ ຟາມ ເຕິດ ຖັງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ພ້ອມຄະນະເຂົ້າຮ່ວມ ທີ່ສຳນັກງານສູນກາງສະມາຄົມຊາວກະສິກອນ.
ທ່ານ ເລື່ອງ ກວັກ ດວານ ໄດ້ກ່າວສະແດງຄວາມຕ້ອນຮັບ ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທັງໄດ້ລາຍງານສະພາບລວມໂດຍຫຍໍ້, ກ່ຽວກັບພາລະບົດບາດ ຂອງສູນກາງສະມາຄົມຊາວກະສິກອນຫວຽດນາມ. ເຊິ່ງຍົກໃຫ້ເຫັນບົດບາດຄວາມສໍາຄັນອັນຍິ່ງໃຫຍ່ໃນການກໍຕັ້ງສະມາຄົມຊາວກະສິກອນ ແມ່ນເປັນກະດູກສັນຫຼັງເສດຖະກິດຂອງປະເທດ ເພື່ອປະກອບສ່ວນຢ່າງຕັ້ງໜ້າທາງດ້ານເສດຖະກິດ ໃນການສ້າງສາພັດທະນາປະເທດຊາດ. ພ້ອມກັນນີ້ກໍໄດ້ແລກປ່ຽນຄຳຄິດຄຳເຫັນບາງບັນຫາຢ່າງກົງໄປກົງມາ. ໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ມີຄໍາເຫັນແລກປ່ຽນບົດຮຽນ ວຽກງານສະມາຄົມຊາວກະສິກອນຫວຽດນາມ, ຜ່ານການຮັບຟັງການລາຍງານເຫັນໄດ້ວ່າມີຄວາມສຳຄັນຫຼາຍໃນການສ້າງຕັ້ງສະມາຄົມຊາວກະສິກອນ ໂດຍມີປະ ທ່ານ ໂຮ່ ຈິ ມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍຕັ້ງ. ຜ່ານການຈັດຕັ້ງປະຕິບັດມານັ້ນເຫັນວ່າທາງຫວຽດນາມແມ່ນມີບົດຮຽນຫຼາຍ ສະນັ້ນ, ໂອກາດໄດ້ມາຢ້ຽມຢາມສະມາຄົມຊາວກະສິກອນ ຖືໄດ້ວ່າເປັນໂອກາດທີ່ດີ ແລະເໝາະສົມ; ຈະໄດ້ຮັບບົດຮຽນອັນຍິ່ງໃຫຍ່ຂອງວຽກງານສະມາຄົມຊາວກະສິກອນ ນໍາເອົາບົດຮຽນຈາກທາງຫວຽດນາມ ໄປຈັດຕັ້ງຜັນຂະຫຍາຍ ແລະໃນການກະກຽມສ້າງຕັ້ງສະມາຄົມຊາວກະສິກອນ ຢູ່ ສປປ ລາວ. ພ້ອມກັນນັ້ນຍັງໄດ້ມອບຂອງທີ່ລະນຶກ ແລະ ທ່ຽວຊົມສິນຄ້າຂອງຊາວກະສິກອນ ຕື່ມອີກ.
ບກ: ສຊ ຈື້ໄຊ
ຂ່າວ+ພາບ: ຄໍາຜາຍ


