ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຊິ່ງນຳໂດຍ ສະຫາຍ ນາງ ບຸ່ຍທິ ມິງຮວ່າຍ ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 9 ສິງຫາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານ ນາງ ບຸ່ຍທິ ມິງຮວ່າຍ ພ້ອມດ້ວຍຄະນະ ແລະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມືມິດຕະພາບອັນເປັນ ມູນເຊື້ອແບບພິເສດ ຮອບດ້ານ ຂອງສອງພັກ-ສອງລັດ ລາວ-ຫວຽດນາມ ຫວຽດນາມ-ລາວ ໄລຍະຜ່ານມາ.
ທ່ານ ນາງ ບຸ່ຍທິ ມິງຮວ່າຍ ໄດ້ສະແດງຄວາມຂອບໃຈທີ່ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນ ດ້ວຍຄວາມອົບອຸ່ນ ພ້ອມທັງແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງໄດ້ປະຕິບັດຕາມບົດບັນທຶກການຮ່ວມລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ທີ່ໄດ້ເຊັນກັນ ວັນທີ 29 ມິຖຸນາ 2021 ຜ່ານມາ ທີ່ ສສ ຫວຽດນາມ. ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ສາຍພົວພັນ ຮ່ວມມືມິດຕະພາບແບບພິເສດ ລະຫວ່າງສອງພັກ, ສອງລັດ ກໍ່ຄືຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ທີ່ໄດ້ປະກອບສ່ວນອັນສຳຄັນ ໃນການສືບຕໍ່ຮັດແໜ້ນຄວາມສາມັກຄີພິເສດ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດຮ່ວມມື ຮອບດ້ານສູ່ລວງເລີກ.
