ເນື່ອງໃນໂອກາດສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ. ໃນລະຫວ່າງ ວັນທີ 26-28 ກໍລະກົດ 2022 ນີ້, ທ່ານ ໂດ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມຈັດຕັ້ງກິດຈະກຳສຳຄັນຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ນີ້.
ການມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຄະນະໄດ້ພົບປະສອງຝ່າຍ ກັບຄະນະກຳມະການສູນກາງແນວລາວສ້າງຊາດ ເຊິ່ງຝ່າຍລາວນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊິ່ງກ່ອນອື່ນທັງສອງຝ່າຍໄດ້ລາຍງານກ່ຽວກັບສະພາບລວມ ຂອງສອງປະເທດ, ການພັດທະນາເສດຖະກິດ-ສັງຄົມ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສອງອົງການໃຫ້ກັນ ແລະ ກັນ ໄດ້ຮັບຊາບ; ພ້ອມທັງໄດ້ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມື 2014-2020 ຂອງສອງຝ່າຍທີ່ໄດ້ລົງນາມ ຢູ່ນະຄອນຫລວງຮ່າໂນຍ ປີ 2016, ແລກປ່ຽນກ່ຽວກັບວຽກງານສະມາຄົມຊາວກະສິກອນ, ການຈັດກິດຈະກຳຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ໄດ້ເປັນເອກະພາບນໍາກັນເຊັນບົດບັນທຶກການຮ່ວມມື ໃນຕໍ່ໜ້າ ໄລຍະປີ 2022-2027 ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ກັບ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄືດັ່ງນີ້: 1. ສືບຕໍ່ໂຄສະນາໃຫ້ປະຊາຊົນ ຂອງສອງປະເທດ ເຂົ້າໃຈຈະແຈ້ງກ່ຽວກັບຄວາມສຳຄັນດ້ານຍຸດທະສາດ, ຄວາມໝາຍຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; 2. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ; 3.ສອງຝ່າຍເຫັນດີເປັນເອກະພາບກັນໃນການສືບຕໍ່ແລກປ່ຽນຄະນະຜູ້ແທນໄປຢ້ຽມຢາມຊື່ງກັນ ແລະ ກັນ; 4. ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ແນວໂຮມ ບັນດາທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ; 5. ປະສານສົມທົບກັບແນວໂຮມສາມັກຄີພັດທະນາ ມາຕຸພູມກຳປູເຈຍ ໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຮ່ວມມື ລະຫວ່າງ 3 ອົງການແນວໂຮມ ໄລຍະປີ 2021-2023 ແລະ ໄລຍະຕໍ່ໄປ; 6. ໃນປີ 2027 ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ຄົບຮອບ 65 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີ; 7. ປະສານສົມທົບໃນການເກັບກຳຄຳຄິດຄຳເຫັນ, ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ກ່ຽວກັບການພົວພັນຮ່ວມມື, ໂດຍສະເພາະ ສອງອົງການແນວໂຮມຂອງສອງປະເທດ ເພື່ອແນໃສ່ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ເພື່ອເປັນການປະກອບສ່ວນ ໃຫ້ແກ່ການພັດທະນາໃນແຕ່ລະປະເທດ, ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ ໃຫ້ໄດ້ຮັບຜົນສຳເລັດ.
ໂອກາດນີ້, ໄດ້ປະດັບຫຼຽນໄຊເອກະລາດ ຊັ້ນ III ໃຫ້ການນໍາສູນກາງແນວລາວສ້າງຊາດ 2 ທ່ານ; ຫຼຽນໄຊແຮງງານຊັ້ນ III ໃຫ້ 8 ທ່ານ ແລະ ຫຼຽນກາລະນຶກປີສາມັກຄີ 28 ທ່ານ. ພ້ອມກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານ ສະມາຄົມມິດຕະພາບ ລາວ-ຫວຽດນາມ; ໄດ້ໄປຢ້ຽມຢາມ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ; ໄປພົບປະຢ້ຽມຢາມສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ແລະ ໂຮງຮຽນ ຫງວຽນ ຢູ່ ຕື່ມອີກ.
ຂ່າວ: ເຢ້
ພາບ: ສຸວັນລີ
ບກ: ສືເຊັ່ງ